ບໍ່ວ່າຈະທະຫານ ຫຼື ຕຳຫຼວດ ແມ່ນມີໂຄງການແຜນງານຜະລິດສະບຽງອາຫານສຳລັບພວກເພິ່ນເອງ ສະນັ້ນ ເພື່ອເປັນການຂະຫຍາຍພັນງົວໃຫ້ເກີດແມ່ແຜ່ລູກຫຼາຍຂຶ້ນ ກຸ່ມບໍລິສັດດອກງີ້ມຄຳໄດ້ນຳເອົາງົວຈຳນວນ 32 ໂຕໄປມອບໃຫ້ກອງບັນຊາການ ປກສ ແຂວງບໍ່ແກ້ວນຳໄປລ້ຽງຕໍ່.
ການຊ່ວຍເຫລືອໃນຄັ້ງນີ້ ຂອງກຸ່ມບໍລິສັດດອກຊີ້ວຄຳແມ່ນມີງົວທັງໝົດຈຳນວນ 32 ໂຕ ລວມມູນຄ່າທັງໝົດ 432.000.000 ກີບ, ຕາງໜ້າຮັບໂດຍ ສະຫາຍ ພັນໂທ ແສງຄຳ ອິນທະນິນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ.
ການລ້ຽງງົວແມ່ນໜຶ່ງໃນໂຄງການຂອງກຸ່ມບໍລິສັດດອກງິ້ວຄຳ ເຊິ່ງເປັນໂຄງການທີ່ມອບງົວໃຫ້ກັບປະຊາຊົນທີ່ຢູ່ອ້ອມຂ້າງໃຫ້ເກີດແມ່ແຜ່ລູກ ແລ້ວຂາຍຄືນໃຫ້ກັບກຸ່ມບໍລິສັດ ເພື່ອເປັນການສົ່ງເສີມກໍຄືຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ໃນນັ້ນໃນໄລຍະທີ່ຜ່ານມາກຸ່ມບໍລິສັດດອກງີ້ວຄຳກໍໄດ້ມອບງົວໃຫ້ປະຊາຊົນ ບ້ານນ້ຳຟ້າ 5 ຄອບຄົວ ຈຳນວນ 36 ໂຕ ປະຈຸປັນມີ 80 ກວ່າໂຕ, ມອບໃຫ້ແກ່ແຂວງ ອຸດົມໄຊ ຈຳນວນ 204 ໂຕ, ມອບໃຫ້ແກ່ ກອງບັນຊາການທະຫານ ແຂວງ ບໍ່ແກ້ວ ຈຳນວນ 110 ໂຕ.
ແຫລ່ງຂໍ້ມູນ: ຫ້ອງການຂໍ້ມູນຂ່າວສານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ