ມີຫລາຍຄົນຢູ່ໃນໂລກນີ້ທີ່ມີຄວາມຫຍຸ້ງຍາກຫລາຍ ລໍຖ້າການຊ່ວຍເຫຼືອ ຫຼື ຕ້ອງຕໍ່ສູ້ກັບຊະຕາກໍາທີ່ບໍ່ສາມາດຫຼີກລ່ຽງໄດ້ ມື້ນີ້ເຮົາມາຮູ້ຈັກກັບເດັກນ້ອຍນັກຕໍ່ສູ້ຜູ້ຍິ່ງໃຫຍ່ ເຖິງແມ່ນວ່າເຂົາບໍ່ມີເຮືອນເປັນຂອງຕົນເອງ ບໍ່ມີພໍ່ແມ່ໃຫ້ເບິ່ງແຍງ ແຕ່ຫົວໃຈຍັງສາມາດຍິ້ມໄດ້ ສໍາລັບ “ເດັກຊາຍ ເຫັມວັດ ຊາຍພັນ” ອາຍຸ 11 ປີ ຫຼື “ນ້ອງດິວ”
ເລົ່າເລື່ອງຈາກ ຜູ້ອໍານວຍການໂຮງຮຽນບ້ານຮ່າງຫາງມ້າ ທ່ານໄດ້ໄປຢາມລູກສິດທີ່ຢູ່ບ່ອນພັກເຊົາແຫ່ງໜຶ່ງ ທີ່ຂໍຂະຫຍາຍອອກຈາກເຮືອນຂອງພີ່ນ້ອງ
“ນ້ອງດິວ” ອາໄສຢູ່ກັບແມ່ເຖົ້າ ອາຍຸ 67 ປີ ທັງສອງນອນຢູ່ໃນຕູບສັງກະສີ ມີແຕ່ໄມ້ຂະຫນາດນ້ອຍໆເປັນຕຽງນອນ
ເມື່ອເວົ້າກັບ “ດິວ” ຈຶ່ງໄດ້ຮູ້ວ່າ “ເອື້ອຍຂອງດິວ” ຫາກໍລາອອກຈາກໂຮງຮຽນມັດທະຍົມຕອນປາຍ ເພື່ອໄປຮັບຈ້າງຫຍິບເຄື່ອງ
ເມື່ອໄປເບິ່ງເອື້ອຍຢູ່ບ່ອນເຮັດວຽກ ດັ່ງນັ້ນ ຈຶ່ງໄດ້ຮູ້ວ່າ ເປັນນັກຮຽນເກົ່າທີ່ຕົນເຄີຍສອນຢູ່ຊັ້ນ ມ.6 ຊື່ວ່າ: ປາງທິບ ຫຼື ມິນ ເຊິ່ງຫາກໍ່ລາອອກຈາກມັດທະຍົມຕອນປາຍໄດ້ 4 ເດືອນ
ເມື່ອສອບຖາມຈຶ່ງຮູ້ວ່າ ເຫດຜົນການອອກຈາກໂຮງຮຽນມັດທະຍົມ ເພາະລາວຕ້ອງຫາເງິນຊື້ຢາໃຫ້ແມ່ຍ່າ ອາຍຸ 67 ປີ ທີ່ເບິ່ງແຍງລາວ ແລະ ນ້ອງຄືກັບພໍ່ແມ່ແທ້ໆ
ແມ່ຍ່າ ເປັນພະຍາດຄວາມດັນເລືອດສູງ ໄມເກຣນ ແລະພະຍາດຫົວໃຈ “ເອື້ອຍມິນ” ຢ້ານວ່າຖ້າບໍ່ລາອອກ ອາດຈະເຮັດໃຫ້ນ້ອງຊາຍຄົນດຽວຂອງນາງຢຸດຮຽນເຊັ່ນກັນ
ພໍ່ແມ່ຂອງ “ດິວ” ຄົນເກັ່ງຫົວໃຈເກ່ັງຄົນນີ້ ໄດ້ເລີກລາກັນເມື່ອ “ດິວ” ອາຍຸໄດ້ 3 ປີ ແລະ ບໍ່ໄດ້ຕິດຕໍ່ພົວພັນກັບພໍ່ແທ້ໆອີກເລີຍ ພາຍຫຼັງຮູ້ວ່າແມ່ມີຄອບຄົວໃໝ່ ແລະໃນເວລາທີ່ມີເງິນ ກໍຈະສົ່ງເງິນໃຫ້ໃຊ້ແດ່
ເມື່ອອາຈານໄປພົບ ມັນແມ່ນເວລາທີ່ໂຮງຮຽນມັດທະຍົມໄດ້ເປີດພາກຮຽນແລ້ວ ດັ່ງນັ້ນ, ຈຶ່ງບໍ່ສາມາດບັງຄັບໃຫ້ນັກຮຽນກັບຄືນໄປໂຮງຮຽນໄດ້ອີກ
ດັ່ງນັ້ນ ຈຶ່ງໄດ້ສົ່ງຈົດໝາຍຊ່ວຍເຫຼືອມາຍັງຫ້ອງການສຶກສາທິການປະຖົມ ສຸພັນບຸລີ ເຂດ 1 ແລະ ຕິດຕໍ່ມາທີ່ລາຍການ ສານຮັກ ຄົນເກັ່ງຫົວໃຈເກັ່ງ
ອາຈານບອກວ່າບໍ່ຢາກໃຫ້ມັນຊ້າເກີນໄປ ຄືກັບວ່າເພິ່ນໄດ້ພາດໂອກາດທີ່ຈະໄປຊ່ວຍເຫລືອເອື້ອຍຂອງ ດິວ ໄປແລ້ວເທື່ອໜຶ່ງ “ດິວ” ເປັນເດັກທີ່ດີ ມີນ້ຳໃຈຕໍ່ໝູ່ເພື່ອນ ແລະ ອາຈານ ໃນມື້ພັກທ້າຍອາທິດ
ແລະຫຼັງຈາກໂຮງຮຽນ ຈະໄປຮັບຈ້າງເພື່ອປອກແຫ້ວ ເຮັດວຽກກໍ່ສ້າງ ຫາປາ ເພື່ອເອົາເງິນມາປິ່ນປົວແມ່ຍ່າ ແຕ່ແມ່ຍ່າບໍ່ຍອມໄປໂຮງໝໍ ເພາະດາຍເງິນຂອງຫລານ ອາໄສຊື້ຢາຊຸດມາກິນເອງ
ເປັນຫ່ວງຫຼານບໍ່ມີເງິນໄປໂຮງຮຽນ ເຮັດໃຫ້ແມ່ຍ່າຕ້ອງພະຍາຍາມຫາວຽກຮັບຈ້າງ ບໍ່ວ່າສຸຂະພາບຈະຊຸດໂຊມປານໃດ ດ້ວຍເຫດຜົນນີ້ ເອື້ອຍຂອງ ດິວ ບໍ່ເຄີຍລັງເລທີ່ຈະຕັດສິນໃຈ