ຄົນເກີດວັນອາທິດ:ການງານເດີນທາງຕິດຕໍ່ທຸລະກິດຈະປະສົບຄວາມສຳເລັດ ການເງິນຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ ຄວາມຮັກໄດ້ພົບຄົນທີ່ໝັ້ນໃຈໃນຕົວເອງ ເປັນຄົນທີ່ເກັ່ງ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ຄົນເກີດວັນຈັນ:ການງານຈະໄດ້ພົບກັບຄົນທີ່ເກັ່ງໃນໜ້າວຽກທີ່ທ່ານກໍາລັງເຮັດຢູ່ ການເງິນໄດ້ຈາກກຳໄລໃນການເຮັດທຸລະກິດ ຄວາມຮັກເກີດເລື່ອງທີ່ເຮັດໃຫ້ມີຄວາມສຸກໃນເລື່ອງຂອງຊີວິດຄູ່ ເຄື່ອງມຸງຄຸນເງິນ ສີມຸງຄຸນສີມ້ວງ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານເອກະສານສັນຍາອາດເປັນໂມຄະໃນເລື່ອງການລົງນາມ ການເງິນລາຍຈ່າຍມີຫຼາຍເປັນພິເສດຕ້ອງລະວັງເລື່ອງລາຍຈ່າຍ ຄວາມຮັກໄດ້ພົບຄູ່ຄອງຮັກແທ້ ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນພຸດ:ການງານພົບສະຖານະການເຄັ່ງຄຽດບໍ່ມີເວລາເຮັດວຽກແບບເຕັມທີ່ ການເງິນພົບເລື່ອງລາຍຈ່າຍທີ່ມາແບບເປັນກ້ອນ ຄວາມຮັກຕ້ອງລະວັງເລື່ອງອາລົມທ່ານທັງສອງ ເພາະອາດເຮັດໃຫ້ມີບັນຫາກັນຕາມມາ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານພົບອຸປະສັກຫຼາຍຂຶ້ນໃນການເຮັດວຽກຂອງແຕ່ລະມື້ ການເງິນລາຍຮັບລາຍຈ່າຍບໍ່ສົມດຸນກ່ຽວກັບການເງິນ ຄວາມຮັກໄດ້ພົບຄູ່ບຸນ ຄູ່ຮັກທີ່ເຂົ້າກັບທ່ານເປັນຢ່າງດີ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນສຸກ:ການງານ ເລີ່ມຂະຫຍາຍທຸລະກິດຈະໄດ້ຜົນກຳໄລຫຼາຍ ການເງິນຕ້ອງເກັບເງິນທີ່ທ່ານໝົດໄປກັບການສ່ຽງໂຊກ ຄວາມຮັກຮູ້ສຶກບໍ່ຄ່ອຍມີຄວາມສຸກຄົບກັນແບບເກງໃຈກັນຫຼາຍເກີນໄປ
ເຄື່ອງມຸງຄຸນຫິນນໍາໂຊກສີຟ້າ ສີມຸງຄຸນສີບົວ ເລກນຳໂຊກ2
ຄົນເກີດວັນເສົາ:ການງານເຮັດທຸລະກິດສ່ວນຕົວຄອບຄູ່ກັບວຽກປະຈໍາ ຈະເຮັດໃຫ້ທ່ານບໍ່ມີເວລາ ການເງິນໃຊ້ຄວາມປະຢັດເງິນເອົາໄວ້ກ່ອນຈະເຮັດໃຫ້ທ່ານມີເງິນເກັບ ຄວາມຮັກຮັກສາຄວາມສຳພັນກັບຄົນຮັກໄວ້ຢ່າງດີທີ່ສຸດ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ8