ເຮືອບິນຕົກຢູ່ເນປານ ມີຜູ້ເສຍຊີວິດ 22ຄົນ
ຂປລ.ຕາມຂ່າວຈາກ ກັດມັນດູ, ວັນທີ30 ພຶດສະພານີ້, ກອງທັບ ເນປານ ຢືນຢັນວ່າ: ເຮືອບິນ ໂດຍສານຂອງ Tara Air ຕົກລົງ ໃນເຂດພູ ທາງຕາເວັນຕົກ ຂອງປະເທດ ເຮັດໃຫ້ມີ ຜູ້ເສຍຊີວິດ 22ຄົນ ໃນນີ້ ມີຜູ້ໂດຍສານ 19ຄົນ ແລະ ລູກເຮືອນອີກ 3ຄົນ ຫລັງຈາກ ຂາດການຕິດຕໍ່ ກັບຫໍບັງຄັບ ການບິນ ໃນທ້າຍອາທິດ ຜ່ານມາ ລະຫວ່າງ ການເດີນທາງຈາກ ເມືອງໂປ
ຄາຣາ(Pokhara) ຊຶ່ງເປັນໜຶ່ງ ໃນເມືອງທ່ອງທ່ຽວ ຫ່າງຈາກ ນະຄອນ ຫລວງ ກັດມັນດູ ໄປທາງ ຕາເວັນຕົກ ປະມານ 125 ກິໂລແມັດ ມຸ່ງໜ້າ ໄປຍັງເມືອງ ຈອມຊອນ (Jomson) ທີ່ມີລັກສະນະ ເປັນພູດອຍ ຫ່າງຈາກ ເມືອງໂພຄາຣາ ປະມານ 8 ກິໂລແມັດ. ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມກູ້ ຊາກເຮືອບິນແລ້ວ./. (ພາກຂ່າວ ຕ່າງປະເທດ)
ເຮືອບິນຕ ົ ກ ຢູ່ເນປານຕົກລົງ ໃນເຂດພູ ທາງຕາເວັນຕົກ ຂອງປະເທດ ເຮັດໃຫ້ມີຜູ້ເ ສ ຍ ຊ ີ ວິ ດ 22ຄົນ
ເຮືອບິນຕ ົ ກ ຢູ່ເນປານຕົກລົງ ໃນເຂດພູ ທາງຕາເວັນຕົກ ຂອງປະເທດ ເຮັດໃຫ້ມີຜູ້ເ ສ ຍ ຊ ີ ວິ ດ 22ຄົນ
ເຮືອບິນຕ ົ ກ ຢູ່ເນປານຕົກລົງ ໃນເຂດພູ ທາງຕາເວັນຕົກ ຂອງປະເທດ ເຮັດໃຫ້ມີຜູ້ເ ສ ຍ ຊ ີ ວິ ດ 22ຄົນ
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ