ເປີດເລື່ອງເລົ່າຊີວິຂອງ ນ້ອງຕ໋ອງ ເດັກນ້ອຍອາຍຸ 10 ປີ ສູ້ຊີວິດເພື່ອແມ່ຍ່າ ແລະ ແມ່ຍ່າທວດ ເຖິງແມ່ນວ່າເປັນເດັກນ້ອຍທີ່ຢາກອອກໄປຫຼິ້ນກັບຫມູ່ເພື່ອນແດ່ ແຕ່ມີພາລະຫນ້າທີ່ ເສົາຄໍ້າຂອງຄອບຄົວໄດ້ສະກັດກັ້ນບໍ່ໃຫ້ນ້ອງຕ໋ອງບໍ່ມີໂອກາດໄດ້ອອກໄປແລ່ນຫລິ້ນ ຄືກັບເດັກນ້ອຍຄົນອື່ນໆ
ແມ່ຕູ້ອາຍຸ 56 ປີມີບັນຫາສຸຂະພາບ ແລະພໍ່ຕູ້ໃຫຍ່ອາຍຸ 89 ປີທີ່ບໍ່ສາມາດຊ່ວຍຕົນເອງໄດ້ ເຮັດໃຫ້ ໜອງຕ໋ອງ ອອກໄປຂາຍຜັກ ເພື່ອຫາເງິນມາລ້ຽງ ແມ່ຍ່າ ແລະ ແມ່ຍ່າທວດ
ທຸກໆມື້ ນ້ອງຕ໋ອງຈະຂີ່ລົດຖີບອອກໄປເກັບຜັກທີ່ຕົນເອງປູກເອ. ຜັກທີ່ປູກແມ່ນຜັກຕາມລະດູການ ຫຼາຍຄົນເຫັນຄວາມດຸໝັ່ນຂອງນ້ອງຕ໋ອງແລ້ວກໍອົດອີດູບໍ່ໄດ້ ຜູ້ຄົນທີ່ຜ່ານໄປຜ່ານມາກໍຊ່ວຍເຫຼືອນ້ອງຕ໋ອງ ຄົນລະ 10 20 ບາດ
ແຕ່ລະມື້ ນ້ອງຕ໋ອງຂາຍຜັກໄດ້ປະມານ 500 ບາດ ແລ້ວເອົາເງິນມາໃຫ້ແມ່ຍ່າທຸກໆວັນ ຈາກນັ້ນກໍຟ້າວນຸ່ງເຄື່ອງໄປໂຮງຮຽນ ຊີວິດຂອງຄອບຄົວ ນ້ອງຕ໋ອງ ອາຍຸ 10 ປີ ຊາວບ້ານໄດ້ຮັບການຍົກຍ້ອງຢ່າງຫຼວງຫຼາຍ
ທີ່ມາ: liekr