ເປັນປະເດັນທີ່ມີຄົນເວົ້າເຖິງຫຼາຍ ຂຶ້ນແທ່ນເປັນສາວນ້ອຍທີ່ຮັອດທີ່ສຸດໃນ ພ.ສ ນີ້ແທ້ໆ ແອນລີ້ ອະຊິລະຍາ ເພາະວ່າຕອນນີ້ຮັບງານພີເຊັນເຕີ້ເຖິງ 15 ຕົວ ແລະຟັນຄ່າຕົວໄປຮ່ວມ 100 ລ້ານບາດ
ງານນີ້ ສາວແອນລີ້ ກໍ່ຂໍຕອບແບບຖ່ອມຕົວວ່າ ຂ້ອຍບໍ່ໄດ້ຮັອດຈະໜາດນັ້ນ ກໍ່ຂໍຂອບໃຈໃນທຸກໆແບນຫຼາຍໆເລີຍເດີ້ ທີ່ເຫັນສັກກະຍະພາບແລະຄວາມພະຍາຍາມຂອງເຮົາ ແລະຖ້າຈະມີໃຜຈ້າງງານອີກກໍ່ພ້ອມຮັບເລື້ອຍໆ
ສ່ວນເລື່ອງຄ່າຕົວທີ່ໂກຍຊັບໄປຮ່ວມ 100 ລ້ານ ເຈົ້າຕົວບອກວ່າເລື່ອງນີ້ ບໍ່ຮູ້ເລີຍຕ້ອງຖາມທາວຄ້າຍ ເຮົາຮູ້ພຽງເລື່ອງໂຊຂອງຕົວເອງວ່າເຮົາຈະເຮັດໄດ້ເທົ່າໃດ ບໍ່ໄດ້ຮູ້ເລື່ອງຕົວເລກ
ເຮົາພຽງເຮັດວຽກໃຫ້ມັນອອກມາດີຂຶ້ນເລື້ອຍໆ ໃຫ້ຄົນໄດ້ເຫັນວ່າເຮົາພະຍາຍາມຂອບໃຈທຸກໆຄົນທີ່ຄອຍຊັບພອດ
ຮູ້ສຶກດີໃຈຫຼາຍໆໃນສະຖານະການທີ່ເຮົາເອງກໍ່ຍັງບໍ່ໄດ້ ປ່ອຍເພງ ແຕ່ກໍ່ຍັງມີທຸກຄົນຊັບພອດ ກໍ່ຢາກໃຫ້ທຸກຄົນຕິດຕາມຜົນງານກັນໄປເລື້ອຍໆ
ນອກຈາກຈະມີແຟນຊາວໄທ ຍັງມີແຟນອິນເຕີທີ່ຕິດຕາມຫຼາຍຂຶ້ນອີກດ້ວຍ ເຊິ່ງງານຕ່າງປະເທດນັ້ນສາວ ແອນລີ້
ກໍ່ຫວັງວ່າໜ້າຈະໄດ້ພົບກັນໃນໄວໆນີ້ ໜ້າຈະຊ່ວງປີໜ້າ ດຽວຈະຕ້ອງກັບໄປເກົາຫຼີປີໜ້າອີກດ້ວຍ ເພາະຕ້ອງໄປເຮັດເພງ
ແລະດ້ານເລື່ອງຮຽນທີ່ເຈົ້າຕົວສອບຕິດມະຫາວິທະຍາໄລຊື່ດັງລະດັບຂອງໂລກ Berklee College of Music
ສະຖາບັນດົນຕີຮ່ວມສະໄໝທີ່ໃຫຍ່ທີ່ສຸດໃນໂລກ ສາວແອນລີ້ ເຜີຍວ່າ ກໍ່ຮຽນອອນໄລນ໌ທັງໝົດ 4 ປີເລີຍ ເພາະເຮົາເລືອກທີ່ຈະໂຟກັສການຮຽນ ແລະເຮັດວຽກໄປນຳ
ເຖິງວ່າຈະຕ້ອງເຮັດວຽກໄປນຳຮຽນໄປນຳ ແຕ່ເຈົ້າຕົວກໍ່ບໍ່ມີທໍ້ ເພາະເຈົ້າຕົວຮູ້ສຶກວ່າເຮົາມັກໃນສິ່ງທີ່ເຮົາໄດ້ຮຽນຫຼາຍໆ
ແລະເອັນຈອຍກັບການເຮັດວຽກ ມີມື້ທີ່ເມື່ອຍແຕ່ເຮົາໄດ້ເຮັດໃນສິ່ງທີ່ຕົວເອງມັກ ເຮົາກໍ່ຢາກຈະເຮັດໃຫ້ມັນດີທີ່ສຸດ ເວລາຮຽນ
ກໍ່ຈະເປັນຊ່ວງປະມານ 1 ເຖິງ 5 ໂມງເຊົ້າ ແຕ່ພໍມີເວລາວ່າງເມື່ອໃດ ກໍ່ຈະໃຊ້ເວລາຮີບນອນທັນທີ ຖ້າວ່າງຈະສາມາດນອນໄດ້ເລີຍ ຈະໃຊ້ເວລານອນປະມານ 12 ຊົ່ວໂມງ
ແລະສ່ວນມື້ທີ່ມີງານກໍ່ຈະໄດ້ນອນ 5-6 ຊົ່ວໂມງ ກໍ່ບໍ່ໄດ້ເຮັດໃຫ້ເສຍສຸຂະພາບຫຍັງ