ສຳຫຼັບພິທີຊາປະນະກິດ ແຕງໂມ ນິດາ ທີ່ຄິສຕະຈັກເມທໍດິສ ລັງສິດ ຄອງ 4 ຈ.ປະທຸມທານີ ກໍ່ມີຄົນທັງໃນແລະນອກວົງການມາຮ່ວມໄວ້ອາໄລຢ່າງລົ້ນຫຼາມ
ໜຶ່ງໃນນັ້ນຄື ພຸດເດິ້ນ ແລະ ຮິບໂປ ແກ໊ງເພື່ອນສະໜິດຂອງສາວ ແຕງໂມ ທີ່ເຄີຍເວົ້າໄວ້ວ່າ ຈະພາລູກສາວຂອງແຕງໂມ
ເຊິ່ງເປັນແມວທີ່ລາວລ້ຽງໄວ້ ມາງານຊາປະນະກິດ ເພື່ອເປັນການສົ່ງເຈົ້ານາຍຄັ້ງສຸດທ້າຍ
ໂດຍທັງຄູ່ໄດ້ນຳແມວມາທັງໝົດ 3 ຕົວ ຍົກເວັ້ນຕົວທີ່ກຳລັງຖືພາຢູ່
ເຊິ່ງແມວທຸກຕົວຢູ່ໃນກົງຢ່າງຮຽບຮ້ອຍ ແລະ ພຸດເດິ້ນ ກັບຮິບໂປ ກໍ່ໄດ້ໃຫ້ສຳພາດກັບສື່ມວນຊົນອີກດ້ວຍວ່າ
ໃຈຫາຍ ໃນຖານະເພື່ອນ ມື້ນີ້ຄືມື້ສຸດທ້າຍ ເຖິງເວລາທີ່ເຂົາຫາຍເມື່ອຍ ທີ່ຜ່ານມາເຂົາເມື່ອຍມາຕະຫຼອດ
ຂະໜາດເສຍຊີວິດເຂົາຍັງເມື່ອຍ ສ່ວນ ແອນນາ ທີ່ບໍ່ໝາ ບໍ່ໄດ້ໜີ ເພາະມີແຜນທ່ຽວຕ່າງປະເທດຢູ່ແລ້ວ
ຕອນນີ້ເຂົາມີບັນຫາເສົ້າ ພໍ່ເສຍ ແລະແຕງໂມຍັງມາເສຍອີກ ເຂົາລາພັກຮ້ອນກ່ອນໜ້ານັ້ນ 1 ເດືອນ ບໍ່ໄດ້ປຸ໊ບປັ໊ບ
ເພາະເຂົາເມື່ອຍກັບຂ່າວແທ້ໆ ຕອນທຳອິດປ່ຽນຕົ໋ວ 2 ຮອບ ເພື່ອທີ່ຈະກັບ ແຕ່ໄວສຸດຄື ວັນທີ່ 28 ພຶດສະພາ ກໍ່ບໍ່ທັນ