ມຮຄອນຄໍ່າວັນທີ27 ພຶດສະພາ 2022 ບໍລິສັດທາງລົດໄຟລາວ-ຈີນ ໄດ້ແຈ້ງເຖິງຜູ້ໂດຍສານທຸກທ່ານ:ອຸປະກອນຂອງທາງລົດໄຟໄດ້ຖືກລັກໃນຊ່ວງຫົວແລງຂອງວັນນີ້(27ພຶດສະພາ 2022).
ປະຈຸບັນ, ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ອົງການປົກຄອງບ້ານແມ່ນໄດ້ເຂົ້າເຖິງພື້ນທີ່ເພື່ອກວດສອບເຫດການທີ່ເກີດຂຶ້ນ.
ແຕ່ເພື່ອຄວາມປອດໄພຂອງຜູ້ໂດຍສານ ພວກເຮົາຈຳເປັນຕ້ອງຫຼຸດຜ່ອນຄວາມໄວໃນການເດີນລົດລົງ ຈິ່ງເຮັດໃຫ້ລົດໄຟ EMU ຖ້ຽວ C83 ໃນມື້ນີ້ຈະມາຮອດນະຄອນຫຼວງວຽງຈັນຊ້າ 30 ນາທີ ແລະ ລົດໄຟທຳມະດາຖ້ຽວ K11 ແມ່ນຍັງບໍ່ສາມາດກຳນົດເວລາຈະມາເຖິງທີ່ແນ່ຊັດເທື່ອ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງຜູ້ໂດຍສານທີ່ກຳລັງຢູ່ເທິງລົດໄຟ, ບັນດາທ່ານທີ່ຈະໄປຮັບຫມູ່ຄູ່, ຄອບຄົວ, ພີ່ນ້ອງຢູ່ສະຖານີເພື່ອຊາບ ແລະ ແລະ ຂໍການສະຫນັບສະຫນູນຮ່ວມມືຕາມທາງຄວນດ້ວຍ.