ຄົນເກີດວັນອາທິດ:ການງານເຮັດທຸລະກິດການບໍລິການຈະປະສົບຄວາມສຳເລັດ ການເງິນມີໂຊກໄດ້ເງິນກ້ອນເຂົ້າມາ ຄວາມຮັກສຸກສົມຫວັງໃນຄວາມສຳພັນຂອງທ່ານກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ
ສີມຸງຄຸນສີຟ້າ ເລກນຳໂຊກ8
ຄົນເກີດວັນຈັນ:ການງານໃຊ້ເທັກນິກພິເສດໃນການສ້າງສັນຜົນງານທີ່ດີເຂົ້າມາ ການເງິນຈະໄດ້ຈາກຄວາມສາມາດພິເສດເຮັດໃຫ້ທ່ານໄດ້ເງິນ ຄວາມຮັກໄດ້ພົບຄົນເກັ່ງ ນິໄສດີ ເຂົ້າຮູ້ຈັກກັບທ່ານ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີມ່ວງ ເລກນຳໂຊກ8
ຄົນເກີດວັນອັງຄານ:ການງານການເຈລະຈາຕໍ່ລອງກັບຜູ້ໃຫຍ່ຈະປະສົບຄວາມສຳເລັດ ການເງິນຈະພົບຜູ້ອຸປະຖຳທາງດ້ານການເງິນໃຫ້ທ່ານ ຄວາມຮັກຍັງເປັນເວລາເບິ່ງໃຈກັນຕໍ່ໄປເພາະບໍ່ມີເວລາໃຫ້ກັນ
ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ3
ຄົນເກີດວັນພຸດ:ການງານຮ່ວມເຮັດທຸລະກິດໃໝ່ຈະປະສົບຄວາມສຳເລັດ ການເງິນ ຈະໄດ້ຈາກເງິນຈາກຜູ້ໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກເກີດຄວາມສຸກໃນເລື່ອງຂອງຄວາມຮັກ ເພາະເປັນໄລຍະທີ່ທ່ານ ແລະ ຄົນຮັກມີເວລາໃຫ້ກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານສ້າງສັນຜົນງານວຽກງານທີ່ມີຄຸນນະພາບອອກມາ ການເງິນໄດ້ພົບຜູ້ອຸປະຖຳໃນເລື່ອງວຽກງານເພື່ອຫາເງິນ ຄວາມຮັກ ຄວາມສຳພັນຍັງບໍ່ລົງຕົວ ເພາະຢູ່ໃນເກນທີ່ເບິ່ງໃຈກັນ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີສົ້ມ ເລກນຳໂຊກ1
ຄົນເກີດວັນສຸກ:ການງານບໍລິຫານຈັດການໄດ້ຢ່າງເປັນໂຊກໃນເລື່ອງຂອງວຽກງານ ການເງິນວາງແຜນການໃຊ້ຈ່າຍຢ່າງຮອບຄອບ ຄວາມຮັກໄດ້ພົບຮັກກັບຄົນໃກ້ຕົວອາດມາຈາກສະຖານທີ່ແຫ່ງໜຶ່ງທີ່ຢູ່ຫ່າງໄກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນເສົາ:ການງານການເຈລະຈາຕໍ່ລອງຈະປະສົບຄວາມສຳເລັດໃນເລື່ອງຂອງວຽກງານ ການເງິນໃຊ້ຈ່າຍຢ່າງປະຢັດຈະເຮັດໃຫ້ທ່ານມີເງິນ ຄວາມຮັກໄດ້ພົບຮັກກັບຄົນຜິວສອງສີ ແຕ່ອາດຍັງບໍ່ແມ່ນເນື້ອຄູ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີບົວອ່ອນ ເລກນຳໂຊກ3