ຜູ້ເຄີຍຕິດເຊື້ອໂຄວິດ-19 ສ່ຽງຫລອດເລືອດອຸດຕັນໃນປອດ ເຖິງ2ເທົ່າ
ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ25 ພຶດສະພານີ້ີ້,ຜົນການ ຄົ້ນຄວ້າ ຂອງສູນຄວບຄຸມ ແລະ ປ້ອງກັນ ພະຍາດຂອງ ສ.ອາເມລິກາ ເປີດເຜີຍວ່າ: ຜູ້ເຄີຍຕິດ ເຊື້ອໂຄວິດ-19 ມີຄວາມສ່ຽງ ເພີ່ມຂຶ້ນເຖິງ 2ເທົ່າ ຕໍ່ການເກີດ ຫລອດເລືອດ ອຸດຕັນ ໃນປອດ ເມື່ອທຽບໃສ່ ຜູ້ບໍ່ເຄີຍ ຕິດເຊື້ອ ມາກ່ອນ ລວມທັງ ສ່ຽງຕໍ່ ການເກີດ ອາການ ກ່ຽວກັບ ລະບົບ ຫາຍໃຈ ເພີ່ມຂຶ້ນ 2ເທົ່າ ເຊັ່ນ
ກັນ ຫລັງຈາກ ພົບຜູ້ຕິດເຊື້ອ ໂຄວິດ-19 ຈາກກຸ່ມ ຕົວຢ່າງ ອາຍຸ ລະຫວ່າງ 18-64ປີ ກວມເອົາ 20% ແລະ ກຸ່ມຕົວຢ່າງ ອີກ 65ປີ ຂຶ້ນໄປ ກວມເອົາ 25% ມີອາການ ກ່ຽວກັບ ໂຄວິດ-19 ຊຶ່ງສອດຄ່ອງກັບ ຜົນການ ຄົ້ນຄວ້າອື່ນໆ ໂດຍກຸ່ມຕົວຢ່າງ ດັ່ງກ່າວ ສ່ຽງຕໍ່ ການເປັນພະຍາດ ຫລອດເລືອດ ອຸດຕັນໃນປອດ ກະທັນຫັນ ຫລາຍທີ່ສຸດ ລວມທັງ ອາການ ກ່ຽວກັບ ລະບົບ ຫາຍໃຈເຊັ່ນ: ໄອຊຳເຮື້ອ ແລະ ຫາຍໃຈ ລຳບາກ ອີງຕາມ ຂໍ້ມູນ ຈາກກຸ່ມ ຜູ້ທີ່ເຄີຍ ຕິດເຊື້ອ ໂຄວິດ-19 ຫລາຍກວ່າ 350.000ຄົນ ໃນໄລຍະຜ່ານມາ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ