ສູນປະສານງານຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນບັນຫາຂອງພໍ່ຕູ້ແມ່ຕູ້ສອງເອື້ອຍນ້ອງ ທີ່ດໍາລົງຊີວິດດ້ວຍຄວາມທຸກຍາກ
ບໍ່ມີແມ່ນແຕ່ເຂົ້າທີ່ຈະກິນເພື່ອຍັງຊີວິດ ນ້ອງຊາຍຕ້ອງຍ່າງຍູ້ລົດເອົາເອື້ອຍໄປຂໍເຂົ້າ
ຈາກວັດທານ ເຊິ່ງໄລຍະທາງໄປກັບ ຫຼາຍກວ່າ 4 ກິໂລແມັດ ຂໍຮ້ອງໃຫ້ຜູ້ໃຈບຸນຊ່ວຍເຫລືອ ເມື່ອສູນປະສານງານຮ່ວມກັນຊ່ວຍເຫຼືອເຊິ່ງກັນແລະກັນສຳນຶກບ້ານເກີດ
ແຂວງນະຄອນຣາຊສີມາ ເຫັນໂພສຂອງພົນລະເມືອງດີ ພາບສອງພໍ່ຕູ້ແມ່ຕູ້ ຍູ້ລົດເຂັນໄປຂໍອາຫານກິນທີ່ວັດສາຣະເຂ້ ບ.ສະລະເຄ ເມືອງດ່ານຂຸນທົດ ແຂວງນະຄອນລາດຊະສີມາ
ເສັ້ນທາງດ່ານຂຸນທົດ-ໜອງສະ້ວງ ເພື່ອປະທັງຊີວິດ ທາງທີມງານສູນດັ່ງກ່າວຈຶ່ງໄດ້ລົງພື້ນທີ່ເພື່ອກວດສອບວ່າແມ່ນແທ້
ໂດຍແມ່ຕູ້ຊື່ວ່າ ຫຸ່ນ ພູມໂຄກຮັກ ເອື້ອຍ ອາຍຸ 77 ປີ ອາການບໍ່ສະບາຍ, ມີພະຍາດປະຈຳຕົວ, ຍ່າງບໍ່ໄດ້, ຕ້ອງຢູ່ໃນລໍ້ຍູ້, ມີນ້ອງຊາຍຊື່ ທ້າວ ຮວນ ພູມໂຄກຮັກ ອາຍຸ 75 ປີ ເປັນຄົນລໍ້ຍູ້ລົດພາແມ່ຕູ້ຫຸ່ນ
ໄປວັດສະລະເຂ້ ແລະຂໍເຂົ້າກົ້ນບາດເພື່ອປະທັງຊີວິດ ລວມທັງການບັນທຸກນ້ໍາສໍາລັບການບໍລິໂພກ ແຕ່ລະມື້ຕ້ອງເດີນທາງໄປ-ກັບ ຫຼາຍກວ່າ 4 ກິໂລແມັດ ເຊິ່ງເປັນເລື່ອງທີ່ໜ້າສົງສານຕໍ່ຜູ້ເຫັນ
ຈາກການໂອ້ລົມກັບ ພໍ່ຕູ້ຮວນ, ໄດ້ຮູ້ວ່າ ໃນເມື່ອກ່ອນ ລາວໄດ້ມີອາຊີບລ້ຽງງົວ ສ່ວນເອື້ອຍແມ່ນຮັບຈ້າງທົ່ວໄປ ເມື່ອເຖົ້າແກ່ກໍເຮັດບໍ່ໄຫວ ແລະ ມີໂລກປະຈຳຕົວ ຊີວິດມີຄວາມຫຍຸ້ງຍາກ ອຶດຫິວ
ເຄີຍມີບາງອົງການທີ່ເຂົ້າມາຊ່ວຍ ແຕ່ເມື່ອອາຫານແຫ້ງຫມົດ ພວກເຮົາກໍ່ຕ້ອງອາໄສເຂົ້າໃສ່ບາດເພື່ອກິນ ຮັກສາຊີວິດປະຈຳວັນຄືເກົ່າ
ພຣະຄຣູພິສິດນະຄອນ ພຣະອາຈາຣຍ໌ໃຫຍ່ ວັດສະລະເຂ້ ເລົ່າວ່າ ໃນເມື່ອກ່ອນ ແມ່ຕູ້ຫຸ່ນແມ່ນຄົນແຂງແຮງ ແລະເຄີຍໄປຊ່ວຍວຽກຢູ່ວັດ ຈົນຮອດສອງປີກ່ອນ ເລີ່ມເຈັບປ່ວຍແລະຍ່າງບໍ່ໄດ້ ໄດ້ມາຂໍເຂົ້າທີ່ວັດ
ທາງດ້ານ ຜູ້ຊ່ວຍ ນາຍບ້ານ ສະລະເຂ້ ທ່ານ ທວນ ດວງຂຸນໂທ ໃຫ້ຮູ້ວ່າ: ເມື່ອ 2 ປີກ່ອນ ແມ່ຕູ້ຫຸ່ນເລີ່ມເຈັບປ່ວຍ ແລະ ຈະເຫັນນ້ອງຊາຍ ຍູ້ລໍ້ຍູ້ ໂດຍມີເອື້ອຍນັ່ງເດີນທາງໄປວັດ 2-3 ຄັ້ງ ຕໍ່ ມື້
ໄປຂໍເຂົ້າຢູ່ວັດ ແລະ ຕັກນ້ຳ, ເບື້ອງຕົ້ນ ທາງສູນຮ່ວມໃຈຊ່ວຍກັນ ແລະ ກັນ ບ້ານເກີດແຂວງນະຄອນຣາຊສີມາ ໄດ້ນຳເອົາເຂົ້າສານ ແລະ ອາຫານແຫ້ງ ໄປບໍລິຈາກໃຫ້
2 ພໍ່ຕູ້ແມ່ຕູ້ ໄວ້ສໍາລັບບໍລິໂພກຢູ່ເຮືອນ ພ້ອມທັງຈະປະສານສົມທົບກັບການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ແຂວງນະຄອນລາດຊະສີມາ ເພື່ອສືບຕໍ່ຊ່ວຍເຫລືອ 2 ເອື້ອຍນ້ອງ
ຂໍ້ມູນ ແລະ ຮູບພາບ: posttoday, fb-ร่วมด้วยช่วยกัน