ເຖິງ: ບຸກຄົນ, ນິຕິບຸກຄົນ, ຄົນລາວ ແລະ ຊາວຕ່າງດ້າວ ທີ່ຢູ່ໃນນະຄອນຫລວງວຽງຈັນ. ເລື່ອງ: ການອອກໃບຢັ້ງຢືນສັກວັກຊີນໂຄວິດ-19 ເພື່ອເດີນທາງອອກໄປຕ່າງປະເທດ. ອີງຕາມ ໜັງສືສະເໜີຂອງສູນສຸຂະພາບແມ່ ແລະ ເດັກ ສະບັບເລກທີ 1077/ສສມດ, ລົງວັນທີ 16 ພຶດສະພາ 2022 ກ່ຽວກັບການອອກໃບຢັ້ງຢືນການຮັບວັກຊິນ ສັກຢາກັນພະຍາດ ( Certificate of Vaccinations ) ຊົ່ວຄາວໃຫ້ຜູ້ທີ່ມີຈຸດປະສົງ ເດີນທາງໄປຕ່າງປະເທດ; ອີງຕາມ ການເຫັນດີຂອງຄະນະພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຄັ້ງວັນທີ 20 ພຶດສະພາ 2022. ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ຊາວຕ່າງດ້າວ ທີ່ຢູ່ໃນນະຄອນຫຼວງວຽງຈັນ ມີຈຸດປະສົງເດີນທາງໄປຕ່າງປະເທດ ທີ່ຕ້ອງການອອກໃບຢັ້ງຢືນສັກວັກຊິນ ໂຄວິດ -19 ( Certificate of Vacclnations ) ຢູ່ໃນນະຄອນຫຼວງວຽງຈັນໄດ້ກຳນົດດັ່ງນີ້:
1. ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຊາວຕ່າງດ້າວ ທີ່ມີຈຸດປະສົງເດີນທາງໄປຕ່າງປະເທດ ປະກອບແບບ ຟອມ ໃບຢັ້ງຢືນສັກວັກຊິນ ໂຄວິດ-19 ( Certificate of Vaccinations ) ດ້ວຍຕົນເອງ.
2. ໃຫ້ຍື່ນເອກະສານ ຂໍໃບຢັ້ງຢືນ ສັກວັກຊິນ ໂດວິດ-19 ( Certificate of Vaccinations ) ໂດຍຕິດຂັດ ບັດຂຽວ ແລະ ກອບປີ້ ພາດສະປອດ (Passport )ໃນວັນຈັນ, ພຸດ ແລະ ວັນສຸກ ຢູ່ພະແນກສາທາລະນະ ສຸກ ນະຄອນຫຼວງວຽງຈັນ,
3. ກຳນົດມື້ມາຮັບໃບຢັ້ງຢືນ ໂຄວິດ-19 ( Certificate of Vaccinations ) ໃນວັນອັງຄານ, ວັນພະຫັດ ແລະ ວັນເສົາ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ.
4. ເລີ່ມໃຫ້ບໍລິການອກເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃນວັນອັງຄານ ວັນທີ 24 ພຶດສະພາ 2022 ເປັນຕົ້ນໄປ. 5. ສາມາດໄປປະກອບເອກະສານອອກໃບຢັ້ງຢືນໂຄວິດ-19 ( Certificate of Vaccinations ) ທີ່ ສູນ ສຸຂະພາບແມ່ ແລະເດັກ ແຕ່ວັນຈັນ-ສຸກ ໃນໂມງລັດຖະການ.
ດັ່ງນັ້ນ, ຈິ່ງແຈ້ງບຸກຄົນ, ນິຕິບຸກຄົນ, ຊາວຕ່າງດ້າວ ແລະ ການຈັດຕັ້ງທຸກພາກສ່ວນ ຮັບຊາບຕາມນີ້ດ້ວຍ. ( ແບບຟອມ Certificate of Vaccinations ຕິດຄັດມາພ້ອມນີ້ )