ຕະລົກເມືອງໄທລະດັບແຖວໜ້າ ທີ່ຫຼາຍຄົນຄົງຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີ
ແລະເອີ້ນໄດ້ວ່າຫຼາຍຄົນຄົງຮູ້ຈັກກັນດີຢູ່ແລ້ວ ສຳຫຼັບຄອບຄົວຕະລົກຊື່ດັງ
ຫມ່ຳ ຈົ໊ກມົກ ທີ່ເປັນອີກໜຶ່ງຄົນບັນເທີງທີ່ມີລາຍໄດ້ຈາກການເຮັດຊ່ອງຍູທູບຂອງຕົວເອງ
ໂດຍ ມົດ ເອັນດູ ວົງຄຳເຫຼົາ ພັນລະຍາຂອງ ຕະລົກຊື່ດັງ ຫມ່ຳ ຈົ໊ກມົກ ທີ່ລ່າສຸດ ຫມ່ຳ
ໄດ້ເຜີຍລາຍໄດ້ຂອງເມຍຈາກການເຮັດຊ່ອງຍູທູບຕົວເອງ ໃຫ້ ນິກກີ້ ນະສັດ ຟັງວ່າ
ເຊິ່ງ ຫມ່ຳ ບອກວ່າ ເມຍໄດ້ລາຍໄດ້ຈາກຍູທູບເດືອນເປັນແສນ ໃຊ້ມືຖືຢ່າງດຽວຖ່າຍຄິບ
ລ່າສຸດ ສິນລ້າງລົດຄົນເບິ່ງເກືອບ 2 ລ້ານ ໄດ້ປະມານເກືອບ 3 ໝື່ນ ພໍລວມຫຼາຍໆຄິບ ເດືອນໜຶ່ງມີເກືອບ 4-5 ຄິບກໍ່ໄດ້ເປັນແສນ
ຖາມວ່າຕົວເອງຢາກຈະເຮັດຍູທູບບໍ່ ກໍ່ຢາກເຮັດ ແຕ່ຕ້ອງເປັນເລື່ອງລາວທີ່ມີສະຕໍຣີ້ ຖ້າບໍ່ມີສະຕໍຣີ້ກໍ່ບໍ່ຢາກຈະເຮັດ