ເມືອງຮ້ຽມນາຄັງ ໂດ່ງດັງຝັງໃຈບໍ່ເຫີຍ ພູເລີຍປ່າສະຫງວນ ຊວນຊົມທໍາມະຊາດ ບໍ່ນໍ້າຮ້ອນບໍ່ແຮ່ທາດອາບເປັນຢາ ເຫລົ້າຂາວ ຖໍ້າລາ ຊາພັນປີ ວັດທະນະທໍາດີຊົນເຜົ່າ ຖິ່ນກໍາເນີດເກົ່າຄົນລາວບູຮານ
ເມືອງພິລະອາດຫານ ພູມສັນຖານມີແຮ່ທາດເງິນຄໍາ
ນີ້ແມ່ນຄໍາຂວັນຂອງເມືອງຮ້ຽມ ແຂວງຫົວພັນ ເປັນເມືອງທີ່ມີບໍ່ນໍ້າຮ້ອນໃຫຍ່ທີ່ສຸດໃນປະເທດລາວກໍວ່າໄດ້. ບໍ່ນໍ້າຮ້ອນທີ່ວ່ານີ້ ຫ່າງຈາກເທສະບານເມືອງຮ້ຽມ ໄປຕາມເສັ້ນທາງ ທິດຕາເວັນອອກສ່ຽງເໜືອປະມານ 2 ກິໂລແມັດ ຕັ້ງຢູ່ຕີນພູເລີຍປ່າສະຫງວນແຫ່ງຊາດ, ເບື້ອງຊ້າຍມືມີປ້າຍເປັນຮູບໂຕເສືອໂຄ່ງໃຫຍ່ ຕິດຢູ່ແປະປະຕູທາງເຂົ້າຊຶ່ງປ້າຍນີ້ ມີໂຕໜັງສືຂຽນວ່າ: ຊ່ວຍກັນຄຸ້ມຄອງເສືອໂຄ່ງ ເພື່ອສົ່ງເສີມການທ່ອງທ່ຽວ. ຜ່ານປະຕູທາງເຂົ້າ ມີຍິງສາວຄອງຖ້າໃຫ້ບໍລິການຂາຍປີ້ ແລະ ມີໄຂ່ໄກ່-ເປັດ ໄວ້ບໍລິການນັກທ່ອງທ່ຽວອີກດ້ວຍ.
ເມື່ອຜູ້ຂຽນກ້າວຂາເຂົ້າໄປບໍລິເວນເຂດດັ່ງກ່າວ ກໍຮູ້ສຶກໄດ້ເຖິງຄວາມເຍືອກເຢັນວາດໃດວາດໜຶ່ງ ສຳພັດໄດ້ອາກາດທີ່ບໍລິສຸດສົດຊື່ນ, ຄິດຢູ່ໃນໃຈຜູ້ດຽວວ່າ ຖ້າການນໍາສໍານັກຂ່າວສານປະເທດລາວ ບໍ່ເຊື່ອໝັ້ນແຕ່ງຕັ້ງໃຫ້ມາເກັບຂ່າວນໍາທີມງານ ກອງທຶນລຶບລ້າງຄວາມທຸກຍາກ (ທລຍ) ໃນຄັ້ງນີ້, ຊາດນີ້ທັງຊາດຄືຊິບໍ່ມີໂອກາດ ໄດ້ມາສໍາພັດສະຖານທີ່ດີໆ ຫາຊົມໄດ້ຍາກໃນລາວວ່າຊັ້ນ. ອີກເທື່ອໜຶ່ງ ຂໍຂອບໃຈເປັນຢ່າງສູງ ຕໍ່ການນໍາສໍານັກຂ່າວສານປະເທດລາວ ແລະ ທລຍ ທີ່ໃຫ້ການສະໜັບສະໜູນການເດີນທາງ ແລະກິນຢູ່ພັກເຊົາ. ຂໍພັນລະນາຕໍ່, ເມື່ອຫລຽວເຂົ້າໄປທາງໃນ ຈະເຫັນຕົ້ນໄມ້ໃຫຍ່ນ້ອຍ ຢືນຕົ້ນເປັນແຖວຊັ່ງລ່າງ, ຕົ້ນບົກ ຕົ້ນເປືອຍໃຫຍ່ປະມານ 2- 3 ຄົນ ອູ້ມກໍມີ, ຕູບໄມ້ມຸງຫຍ້າ 5-6 ຫລັງຕັ້ງຫ່າງກັນຢູ່ຫວ່າງປ່າໄມ້ ລຽບຕາມຮ່ອງນໍ້າຮ້ອນທີ່ໄຫລ່ ຈາກບໍ່ລົງມາສູ່ອ່າງເກັບນໍ້າຮ້ອນ ທີ່ມີຄູດິນສູງກາຍຫົວ, ມີທໍ່ເຫລັກຕໍ່ຈາກຄັນຄູປະມານ 5-6 ທໍ່ທີ່ມີນໍ້າຮ້ອນໄຫລຜ່ານໃຫ້ຄົນອາບ ແລະ ຍັງມີທໍ່ເຫລັກຕໍ່ອອກໄປນອກຮົ້ວ ໃຫ້ຊາວບ້ານໄດ້ອາບຢູ່ທາງນອກຕື່ມອີກ.
ຍ່າງເຂົ້າໄປປະມານ 300-400 ແມັດ, ຈະມີຂົວເທເບຕົງຍາວປະມານ 3 ແມັດ ມີຮາວເຫລັກປ້ອງກັນ ບໍ່ໃຫ້ນັກທ່ອງທ່ຽວຕົກບໍ່ນໍ້າຮ້ອນ, ຂ້າມຂົວຈະເປັນທາງຍ່າງປູດ້ວຍເບຕົງ ເປັນແທ່ງຫ່າງກັນຈົນຮອດພັກສອງ ແລະພັກສາມທີ່ເປັນຈຸດອົບອາຍນໍ້າຮ້ອນ. ໃນບໍ່ຈະເຫັນອາຍ ແລະ ນໍ້າຟົດຂຶ້ນມາ ບໍ່ຕ່າງຫຍັງກັບໝໍ້ຕົ້ມນໍ້າກໍາລັງຟົດ, ຖາມຫລາຍຄົນ ຢູ່ແຖວລະແວກນັ້ນວ່າ ເຂົ້າເຈົ້າເອົາເຄື່ອງວັດອຸນຫະພູມວັດໄດ້ 140 ອົງສາເຊ, ຫລາຍຄົນຍັງເວົ້າຕື່ມວ່າ: ນໍ້າຟົດຂຶ້ນມາແມ່ນຍ້ອນເຂດດັ່ງກ່າວ ເປັນເຂດພູໄຟເກົ່າທີ່ພຸອອກມາບໍ່ທັນໝົດ, ຄົນຈຳນວນໜຶ່ງພັດເວົ້າວ່າ: ອາດຈະມີບໍ່ຖ່ານຫີນຢູ່ໃຕ້ດິນ ໝາຍຄວາມວ່າຄົນທີ່ໄປທ່ຽວ ລ້ວນແຕ່ມີມະໂນພາບ ຈິນຕະນາການທີ່ແຕກຕ່າງກັນ.
ສໍາລັບນັກທ່ອງທ່ຽວແຂກຕ່າງດ້າວ ທ້າວຕ່າງບ້ານຕ່າງເມືອງ ເມື່ອໄດ້ໄປຮອດບໍ່ນໍ້າຮ້ອນ ບໍ່ໄດ້ຊື້ໄຂ່ມາແຊ່ນໍ້າຮ້ອນກິນ ສໍ່າກັບວ່າບໍ່ໄດ້ໄປຮອດບໍ່ນໍ້າຮ້ອນເມືອງຮ້ຽມ. ຜູ້ຂຽນກັບບັນດາທີມງານ ທລຍ ກໍຮີບຟ້າວໄປຊື້ໄຂ່ປະມານ 30 ໜ່ວຍມາແຊ່ນໍ້າຮ້ອນ ທົດລອງເບິ່ງວ່າ ແຊ່ໄຂ່ລົງບໍ່ນ້ຳຮ້ອນແລ້ວຈະສຸກຄືເພິ່ນຊ່າລືກັນແທ້ຫລືບໍ່, ຜົນກໍດີແຊ່ໄຂ່ໄກ່ປະມານ 5 ນາທີ ກໍສຸກກິນໄດ້ເລີຍ. ຍັງໝົດແຕ່ທໍ່ນີ້, ບໍ່ນໍ້າຮ້ອນຍັງເປັນບ່ອນອົບຮົມ ຜິວພັນແບບທໍາມະຊາດ, ນັ່ງອົບຜິວກັບອາຍນໍ້າຮ້ອນຢູ່ເທິງໂງ່ນຫີນ ສາຍຕາກໍເຫລືອດຫລຽວເບິ່ງ ເພື່ອຊົມທິວທັດທໍາມະຊາດ ພູຜາປ່າໄມ້ທີ່ສວຍສົດງົດງາມ, ບໍລິເວນອ້ອມຮອບຈະເປັນປ່າໄມ້ຂຽວອຸ່ມທຸ່ມ ຢູ່ຫວ່າງພູມີທ້ອງຟ້າສີຄາມ ຍາມແລງ ແສງແດດ ສ່ອງລົງມາກະທົບໃສ່ ໃບໄມ້ເຫລື້ອມລະຍິບລະຍັບ, ເຫລືອດສາຍຕາລົງມາທາງລຸ່ມ ຈະເຫັນສາຍນໍ້າຮ້ອນໄຫລຄົດໂງ້ງ, ມີອາຍນໍ້າຮ້ອນປີວຂຶ້ນຄືນໍ້າໝອກ ໂອເດນໍ! ຫາບ່ອນອື່ນໃດມາທຽບບໍ່ປຸນປານໄດ້ວ່າຊັ້ນ.
ຄົນທ້ອງຖິ່ນ ມັກອາບນໍ້າ, ຊັກເຄື່ອງ ແລະ ຕົ້ມໄຂ່ໃນບໍລິເວນບໍ່ນໍ້າຮ້ອນອັນກວ້າງໃຫຍ່ນີ້ ເປັນກິດຈະວັດປະຈຳວັນ, ຊຶ່ງນອນຢູ່ໃນບໍ່ນໍ້າຮ້ອນໃຫຍ່ທີ່ສຸດ ຂອງລາວມາໄດ້ຫລາຍລຸ້ນຄົນ. ບໍ່ນໍ້າຮ້ອນຕັ້ງຢູ່ຮ່ອມພູທີ່ເຕັມໄປດ້ວຍປ່າໄມ້ປົກຫຸ້ມ, ນໍ້າຮ້ອນໄດ້ຖືກຂະໜານນາມວ່າ ເປັນຢາປົວພະຍາດ. ບໍລິເວນບໍ່ນໍ້າຮ້ອນ ປາກົດຂຶ້ນຈາກຫລາຍແຫລ່ງ ທີ່ເປັນນໍ້າຮ້ອນຟົດຂຶ້ນ ຊຶ່ງມີນໍ້າຫ້ວຍໄຫລຜ່ານ ຕັ້ງຢູ່ເຂດທົ່ງຫຍ້າທີ່ໂດດດ່ຽວ ໃນປ່າທາງເໜືອຂອງອ່າງເກັບນໍ້າ ແລະ ເປັນສະຖານທີ່ລຶກລັບ (ຕາມຄວາມເຊື່ອ). ນອກຈາກນີ້, ຍັງມີໃຫ້ບໍລິການທ່ອງທ່ຽວ ຍ່າງຕາມປ່າວົງຈອນນໍ້າຕົກຕາດຮອກດອນ, ກິດຈະກໍານີ້ ຮັບປະກັນວ່າ ທ່ານຈະໄດ້ຮັບຄວາມເພີດເພີນ ສະໜຸກສະໜານ ແລະ ພະຈົນໄພ ຈາກແຫລ່ງທ່ອງທ່ຽວບໍ່ນໍ້າຮ້ອນແຫ່ງນີ້ແນ່ນອນ.
ໂດຍ: ຄັດທະນາມ ສັງສິນໄຊ