ວັນຈັນ:ການງານ ການຕິດຕໍ່ໃດໆ ໃນຊ່ວງນີ້ຈະກໍ່ໃຫ້ເກີດຄວາມໂຊກດີ ຫລືໄດ້ຮັບຄວາມຊັດເຈນຕ່າງໆ ທີ່ເກິດຂື້ນ ແຕ່ກໍຈະພົບຄວາມກົດດັນດ້ວຍເປັນທຳມະດາ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ແຕ່ກໍຍັງໝຸນຫາໃຊ້ຈ່າຍເງິນໄດ້ຢ່າງຄ່ອງໂຕ ເພາະເປັນຄົົນທີ່ເກັ່ງມີຄວາມສາມາດ ແລະດວງດີທາງດ້ານການເງີນ ຄວາມຮັກ ຄວາມສຳພັນຍັງສາມາດປະຄັບປະຄອງໄປໄດ້ຢູ່ ຄວນໃຊ້ເວລາໃນການເບິ່ງໃຈກັນອີກດົນ
ວັນຄານ:ການງານ ຄວາມດຸໜັ່ນຈະກໍ່ໃຫ້ເກີດຜົນງານທີ່ດີ ການບໍລິຫານຈັດການ ແລະ ຕັດສິນໃຈເລື່ອງການງານໃນຊ່ວງນີ້ຍັງເຮັດໄດ້ຢ່າງຖືກຕ້ອງ ການເງິນ ລະວັງການໃຊ້ເງິນ ແລະ ການໃຊ້ຈ່າຍ ບໍ່ສາມາດຕາມໃຈຕົນເອງໄດ້ຄືແຕ່ກ່ອນ ເພາະມີເລື່ອງຈຳເປັນທີ່ຕ້ອງໃຊ້ຈ່າຍຫລາຍເປັນພິເສດໃນມື້ນີ້ ຄວາມຮັກ ມີຄວາມສຸກ ແລະລົງຕົວຢູ່ພໍສົມຄວນກ່ຽວກັບເລື່ອງຄວາມຮັກຖ້າຫາກບໍ່ໃຊ້ຄວາມໃຈຮ້ອນຈົນເກີນໄປ
ວັນພຸດ:ການງານ ເຮັດວຽກສິ່ງໃດຈະພົບອຸປະສັກໂດຍສະເພາະໃນຊ່ວງນີ້ທີ່ມີຫລາຍເປັນພິເສດທີ່ຕ້ອງຄອຍຖ້າແກ້ໄຂບໍ່ເວັ້ນແຕ່ລະມື້ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ເປັນຊ່ວງຂອງການໝຸນເງິນທີ່ຕ້ອງພະຍາຍາມໃຫ້ຜ່ານພົ້ນໄປໃຫ້ໄດ້ ຄວາມຮັກ ການເຈລະຈາເວົ້າຢ່າງອ່ອນຫວານ ສຸພາບກັບມິິດສະຫາຍ ຫລືກັບຄົນທົ່ວໄປ ຈະເຮັດໃຫ້ເປັນທີ່ຮັກຂອງຄົນຮັກ
ວັນພະຫັດ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ເກີດຄວາມຕິດຂັດລ່າຊ້າຢູ່ດ້ວຍ ງານທີ່ເໝາະກັບທ່ານຄືດ້ານການຄ້າຂາຍ ທຸລະກິດຫລືງານດ້ານການສຶກສາ ການເງິນ ໝຸນຫາໃຊ້ຈ່າຍເງິນໄດ້ຕະຫຼອດ ໃນຊ່ວງນີ້ ເຖິງແມ່ນຈະມີລາຍຈ່າຍແບບເລັ່ງດ່ວນດ້ວຍ ແຕ່ກໍສາມາດຈັດການໃຫ້ລົງຕົວໄດ້ ຄວາມຮັກ ຍັງບໍ່ຕັດສິນໃຈເລືອກໃຜໃນຊ່ວງນີ້ ແມ່ນມີຄົົນທີ່ເຂົ້າມາໃນໄລຍະເວລານີ້ ແລະ ທ່ານກໍພຶງພໍໃຈທ່ານຫລາຍເລີຍ
ວັນສຸກ:ການງານ ຈະຈັບງານຫຍັງໃນຊ່ວງນີ້ຕ້ອງພິຈາລະນາ ແລະ ວາງແຜນສຶກສາໃຫ້ດີກ່ອນທີ່ຈະລົງທຶນອອກໄປ ການເງິນ ໂຊກດີຈະໄດ້ເງິນເຂົ້າມາເພີ່ມເຕີມ ເພີ່ມຂຶ້ນ ເຮັດໃຫ້ມີຖານະດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ແຈ້ງ ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກກັບໃຜບາງຄົົນທີ່ຖືກໃຈທ່ານ ຫລືໃນເລື່ອງຂອງການງານທີ່ເຮັດໃຫ້ຕ້ອງພົບກັນເປັນປະຈຳ ແລະ ມັກນິໄສໃຈຄໍກັນໃນຊ່ວງທຳອິດ ຈົນພັດທະນາເປັນຄວາມສຳພັນກັນແບບຄົນຮັກ
ວັນເສົາ:ການງານ ມີຄວາມຈິງຈັງໃນເລື່ອງການສ້າງຜົນງານໃນຊ່ວງນີ້ ມີການເຮັດວຽກງານຢ່າງລະອຽດ ຊຶ່ງຈະສົ່ງຜົນເຮັດໃຫ້ເກີດຄວາມໂຊກດີ ການເງີນ ມີຄວາມກັງວົນໃຈເລື່ອງການໃຊ້ເງິນ ແລະ ການໃຊ້ຈ່າຍ ເປັນຈັງຫວະສັ້ນໆ ທີ່ຈະມີບັນຫາເລື່ອງເງິນທອງບໍ່ພໍໃຊ້ຈ່າຍ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ແຕ່ເວລາທີ່ມີໃຫ້ກັນຍັງບໍ່ຫລາຍພໍທີ່ຈະສານຄວາມສຳພັນໃຫ້ໄປໄກວ່າທີ່ເປັນຢູ່
ວັນອາທິດ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ກໍຈະປະສົບຄວາມສຳເລັດຢູ່ໃນເກນທີ່ໂຊກດີ ຈະເຮັດວຽກງານສິ່ງໃດກໍເປັນເງິນເປັນທອງໄປທຸກຢ່າງ ການເງິນ ຍັງຢູ່ໃນເກນຊົງຕົວ ແລະຊ່ວງນີ້ຕ້ອງລະມັດລະວັງໃນເລື່ອງຂອງການໃຊ້ເງິນ ວາງແຜນການໃຊ່ຈ່າຍໃຫ້ຮອບຄອບ ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນເກັ່ງ ມີຄວາມສາມາດ ອາລົມດີ ມີຊື່ສຽງໃນແບບຂອງທ່ານ ມີໂອກາດພົບຄົົນທີ່ຖືກໃຈໃນມື້ນີ້