“ວີນາ” ນາງສັງຂານຫຼວງພະບາງ 2008 ເປັນສາວງາມຄົນໜຶ່ງທີ່ມຸ້ງໝັ້ນສູ່ການສຶກສາຮ່ຳຮຽນ ເວົ້າໄດ້ວ່າເປັນສາວລາວທີ່ງາມທັງໜ້າຕາ ແລະຄວາມຮູ້ ເຊິ່ງຫຼ້າສຸດນີ້ເຫັນວ່າກຳລັງຈະເຂົ້າປະຕູວິວາກັບບ່າວນັກທຸລະກິດຜູ້ຮູບຫຼໍ່ ເຊິ່ງແນ່ນອນມີຫຼາຍຄົນຢາກຮູ້ເປັນໃດມາແຕ່ໃສຄືໄດ້ຫົວໃຈສາວງາມຄົນນີ້ໄປຄອບຄອງ.
ຫວານໃຈ ຜູ້ຈະມາເປັນຄູ່ຊີວິດຂອງ ສາວ ວີນາ ມີຊື່ວ່າ ສັນຕິ ອູ່ສິດທິເດດ ມີອາຊີບເປັນເຖິງນັກທຸລະກິດດ້ານການເງິນ ວ່າແຕ່ນາມສະກຸນນີ້ຄຸ້ນໆ ສົງໄສເປັນລູກຫຼານທ່ານເກຍ ພໍ່ພຣະຜູ້ຊ່ວຍປົດປ່ອຍຄົນຈົນຫຼາຍຊີວິດທີ່ສັງຄົມຮູ້ຈັກກັນຢ່າງກວ້າງຂວາງ.
ວ່າແຕ່ພາບພຣີເວດດິງແສນຫວານຂອງທັງສອງ ແມ່ນໄດ້ປ່ອຍອອກມາແລ້ວ ຢາກວ່າງົດງາມດັ່ງກິ່ງທອງໃບຢົກຄືກັບຄຳຂອງຜູ້ເຖົ້າຜູ້ແກ່ທີ່ໄດ້ເກົ່າໄວ້.
ສຳລັບໜຸ່ມສັນຕິ ປັດຈຸບັນ ເປັນຜູ້ອຳນວຍການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອ (ເຂົ້າປີທີ 5)
ທີ່ຜ່ານມາ, ໄດ້ຮໍ່າຮຽນຢູ່ລາວຈົນຮອດ ອາຍຸໄດ້ 7 ປີ, ຈາກນັ້ນຈຶ່ງໄປສຶກສາຢູ່ປະເທດໄທເປັນເວລາ 8 ປີ, ເມື່ອຂຶ້ນຊັ້ນມ.3 ຈຶ່ງໄດ້ໄປຮຽນຕໍ່ທີ່ປະເທດສິງກະໂປ ຈົນຈົບປະລີນຍາຕີ ສາຂາ ບໍລິຫານ ທຸລະກິດ (ລວມເວລາ 8 ປີ) .
ສ່ວນວ່າໜຸ່ມ ສັນຕິ ແລະ ສາວວີນາພົບຮັກກັນຢູ່ໃສນັ້ນ ຮູ້ເລື່ອງແລ້ວຊາບຊື້ງເລີຍຄືວ່າ ບໍໄດ້ຮູ້ຈັກກັນມາກ່ອນເລີຍເຫັນສາວງາມຄົນນີ້ຜ່ານໃນໜັງທີ່ວີນາໄປສະແດງນັ້ນເອງ.
ໜຸ່ມສັນຕິເລົ່າວ່າ ຕອນທີ່ກຳລັງຈະຈົບມາຈາກສິງກະໂປ, ໄລຍະນັ້ນຮຽນຢູ່ປີ 2 ຫລື 3 ໄດ້ກັບມາລາວ ແລະ ໝູ່ຊວນໄປເບິ່ງໜັງເລື່ອງໜຶ່ງ, ໃນເລື່ອງນັ້ນເຫັນວີນາ ເພິ່ນຫລິ້ນເປັນນາງເອກ ແລະ ສ່ວນຕົວຮູ້ສຶກວ່າຢາກຮູ້ຈັກຜູ້ຍິງຄົນນີ້ເດ້. ເຮົາຢາກຮູ້ວ່າໂຕແທ້ເພິ່ນຈະເປັນແບບໃດ ກໍເລີຍຫາທຸກວິທີທາງທີ່ຈະຕິດຕໍ່ຫາ ແລະ ກໍໄດ້ມີໂອກາດມາເຈິກັນຢູ່ທີ່ຫລວງພະບາງ.
ສ່ວນສິ່ງທີ່ປະທັບໃຈໃນຕົວສາວງາມຄົນນີ້ ໜຸ່ມສັນຕິບອກວ່າ ຖ້າໃຫ້ເວົ້າແທ້ໆກໍມີຢູ່ຫລາຍຢ່າງເລີຍ, ສ່ວນຕົວແລ້ວຄິດວ່າວີນາເປັນຜູ້ຍິງຄົນໜຶ່ງທີ່ຄິດຫາໃຈຄົນອື່ນກ່ອນສະເໝີ ມັນເປັນສະເໜ່ຢ່າງໜຶ່ງຂອງລາວ.
ສອງມາກໍໜ້າຈະແມ່ນຄວາມໜ້າຮັກຄວາມເບີກບານຂອງລາວ ພໍໄດ້ແຮງຮູ້ຈັກກັນກໍແຮງໄດ້ເຫັນຫລາຍໆມຸມທີ່ບາງເທື່ອກໍຍັງຕົກໃຈ ຮາຮາ.
ອີກຢ່າງທີ່ສໍາຄັນກໍໜ້າຈະແມ່ນເລື່ອງການໃຊ້ຊີວິດໃນແຕ່ລະມື້, ເພາະພວກເຮົາມີຫຍັງຄ້າຍຄືກັນຫລາຍ ມັກການໃຊ້ຊີວິດແບບງ່າຍໆ ກິນແບບງ່າຍໆ ກໍເລີຍຂ້ອນຂ້າງຈະເຂົ້າໃຈກັນຫລາຍແຮງໃນຊີວິດແຕ່ລະມື້.
ຂ່າວຈາກ: ມ່ວນ