ຄົນເກີດວັນຈັນ:ການງານການເຊັນສັນຍານເອກະສານຍັງມີຄວາມຊັກຊ້າ ການເງິນຈະໄດ້ເງິນຈາກຄວາມສາມາດພິເສດດ້ວຍຕົວທ່ານເອງ ຄວາມຮັກມີໂອກາດໄດ້ພົບຄົນອາຍຸນ້ອຍຕົວ ແຕ່ຕ້ອງລະວັງເລື່ອງຂອງເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານຕ້ອງລະວັງເລື່ອງການງານຂອງການຈັດສັນເວລາເພາະຍັງບໍ່ຮອບຄອບ ການເງິນໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍຈໍານວນຫຼາຍ ຄວາມຮັກສຸກສົມຫວັງເລື່ອງຄວາມຮັກແຕ່ຈະບໍ່ມີຄວາມສຸກ ເພາະບໍ່ມີເວລາໄປພັກຜ່ອນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີແດງ ເລກນຳໂຊກ8
ຄົນເກີດວັນພຸດ:ການງານທ່ານເປັນຄົນເກັ່ງ ສາມາດແກ້ໄຂບັນຫາໄດ້ດີສໍາລັບເລື່ອງວຽກງານ ການເງິນຈະໄດ້ເງິນຈາກຜູ້ໃຫຍ່ເຂົ້າມາໝູນວຽນໃຫ້ທ່ານມີເງິນເກັບ ຄວາມຮັກ ຢູ່ໃນສະຖານະການຮັກຊ້ອນ ອາດມາໃນຮູບແບບຮັກສາມເສົ້າ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຂອງທ່ານເອງຈະເຮັດໃຫ້ທ່ານປະສົບຄວາມສໍາເລັດ ການເງິນເພດກົງກັນຂ້າມຈະນຳໂຊກມາໃຫ້ອາດເຮັດໃຫ້ທ່ານມີເງິນເກັບ ຄວາມຮັກມີໂອກາດໄດ້ພົບຄົນເກັ່ງມີຄວາມສາມາດເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ9
ຄົນເກີດວັນສຸກ:ການງານເຮັດວຽກງານຫຼາຍເກີນໄປ ອາດເຮັດໃຫ້ທ່ານບໍ່ມີເວລາເຮັດວຽກຂອງຕົວເອງ ການເງິນຈະໄດ້ໃຊ້ເງິນກ້ອນໃນສິ່ງທີ່ຈໍາເປັນເຂົ້າມາໃຊ້ຈ່າຍ ຄວາມຮັກພົບສະຖານະການບໍ່ຊັດເຈນໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຄຮີມ ເລກນຳໂຊກ3
ຄົນເກີດວັນເສົາ:ການງານການເຈລະຈາຕໍ່ລອງເອກະສານຈະປະສົບຄວາມສຳເລັດໃນເລື່ອງການງານ ການເງິນຕ້ອງລະວັງເລື່ອງລາຍຈ່າຍ ອາດເຮັດໃຫ້ທ່ານໝູນເງິນບໍ່ທັນ ຄວາມຮັກຈະພົບຄົນທີ່ທ່ານມັກ ແຕ່ອາດມີນິໄສທີ່ແຕກຕ່າງກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ3
ຄົນເກີດວັນອາທິດ:ການງານພົບອຸປະສັກຕິດຂັດໃນເລື່ອງຂອງການງານ ບໍ່ມີເວລາເຮັດວຽກອື່ນ ການເງິນຈະໄດ້ເງິນຈາກເພດກົງກັນຂ້າມເຂົ້າມາໃຫ້ທ່ານ ຄວາມຮັກສຸກສົມຫວັງເລື່ອງຄວາມຮັກ ແຕ່ຕ້ອງລະວັງເລື່ອງຂອງອາລົມທັງສອງຝ່າຍ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ4