ພຣະອາຈານໃຫຍ່ໃຈບຸນ “ຖືກຫວຍ 18 ລ້ານບາດ” ບໍ່ເກັບໄວ້ເປັນຊັບສິນສ່ວນຕົວ ຖະວາຍຊ່ວຍເຫຼືອຜູ້ທຸກຍາກ
ພຣະອາຈານໃຫຍ່ ວັດພະທາດພະນົມ ປະເທດໄທ ຖືກລາງວັນທີ 1 ໄດ້ຮັບເງິນ 18 ລ້ານບາດ, ບໍ່ເກັບໄວ້ເປັນຊັບສິນສ່ວນຕົວ. ຖວາຍພຣະພຸທທະເຈົ້າ, ຖະວາຍສັງຄະທານທັງປວງ, ຖວາຍຊ່ວຍເຫຼືອຜູ້ທຸກຍາກວັນທີ່ 6ມີນາ 2022 ເວລາ 13:00 ໂມງ ຢູ່ຕໍ່ໜ້າຮູບປັ້ນພະຍາເຈົ້າເວດສຸວັນ , ວັດພະທາດພະນົມ ວໍລະມະຫາວິຫານ,
ໄດ້ມີພະອາຈານ ແລະ ຜູ້ຊ່ວຍເຈົ້າອານຸວົງ ໄດ້ຮັບລາງວັນທີ 1 ເປັນຫວຍ 3 ໃບ ໃນວັນທີ 1ມີນາ 2022 ໝາຍເລກ 061905 ໄດ້ຮັບເງິນທັງໝົດ 18 ລ້ານບາດ ພຣະອາຈານໄດ້ເວົ້າວ່າມັນເປັນຊັບສົມບັດທີ່ປະທານໃຫ້ໂດຍພຣະເຈົ້າ. ສະນັ້ນ
ຈຶ່ງຂໍມອບໃຫ້ເປັນການກຸສົນໃຫ້ແກ່ບັນດາທຸກທ່ານ ແລະ ແຈກຢາຍໃຫ້ປະຊາຊົນຜູ້ທຸກຍາກເພື່ອເປັນສິລິມຸງຄຸນ. ເຮັດໃຫ້ບັນຍາກາດພາຍໃນວັດເຕັມໄປດ້ວຍປະຊາຊົນ 1.000 ກວ່າຄົນມາລໍຖ້າຮັບເຄື່ອງອາຫານ.