ວັນຈັນ:ການງານ ອຸປະສັກທີ່ຈະຕ້ອງພົບໃນຊ່ວງນີ້ ເຮັດໃຫ້ມີຄວາມຊ້າໃນເລື່ອງທຸລະກິດການງານ ແຕ່ກໍຈະໂຊກດີດ້ານຜູ້ໃຫຍ່ທີ່ຈະໃຫ້ການຊ່ວຍເຫລືອທ່ານ ການເງິນ ຍັງຢູ່ໃນສະພາວະຊົງຕົວ ແລະຍັງບໍລິຫານຈັດການໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມຮັກ ຈະໄດ້ຮັບຮູ້ຂ່າວຄາວກ່ຽວກັບເລື່ອງຄວາມຮັກ ຫລືໃຜບາງຄົນຈະມາບອກຮັກທ່ານໃນມື້ນີ້ກໍເປັນໄປໄດ້ ຄວາມສຳພັນຖືກພັດທະນາຢູ່ໃນເກນທີ່ດີ
ວັນອັງຄານ:ການງານ ເກີດອຸປະສັກ ເຮັດໃຫ້ເກີດຄວາມລ່າຊ້າ ຕ້ອງມີຄວາມລະອຽດຮອບຄອບຫລາຍໆ ໃນເລື່ອງຂອງການເຮັດວຽກງານ ການເງິນ ມີໂຊກຈະໄດ້ເງິນຈາກຜູ້ໃຫຍ່ໃນມື້ນີ້ ໂຊກດີຈະໄດ້ເງີນເຂົ້າມາເຮັດໃຫ້ດີໃຈຂຶ້ນມາໄດ້ດ້ວຍ ຄວາມຮັກ ຍັງບໍ່ລົງຕົວດ້ານຄວາມສຳພັນດ້ານຄວາມຮັກ ໃນຊ່ວງນີ້ຕ້ອງພະຍາຍາມປະຄັບປະຄອງຄວາມສຳພັນກັນໄປກ່ອນ
ວັນພຸດການງານ ວາງແຜນກ່ຽວກັບເລື່ອງການເຮັດວຽກງານໄດ້ຢ່າງເປັນໂຊກໃນຊ່ວງນີ້ ສິ່ງທີ່ຕ້ອງລະວັງຄືການບໍລິຫານຈັດການຄົນ ຫລືບໍລິວານຕ້ອງມີຄວາມໃຈເຢັນ ແລະມີຫຼັກການ ການເງິນ ລະມັດລະວັງໃນການໃຊ້ຈ່າຍ ການໃຊ້ເງິນໃນຊ່ວງນີ້ ຕ້ອງມີຄວາມສຸຂຸມຮອບຄອບຈຶ່ງຈະດີ ຄວາມຮັກ ເລື່ອງຄວາມຮັກຄ່ອງຂ້າງໄປແນວທາງທີດີ ຈະມີຄົນເຂົ້າມາເຮັດໃຫ້ທ່ານຮູ້ສຶກຮັກ ຖ້າທ່ານຮູ້ສຶກມີອາການຫຶງຫວງຫຼາຍເກີນໄປສະແດງວ່າທ່ານຕົກຫຼົງຮັກລາວແລ້ວ
ວັນພະຫັດ:ການງານ ໃຜທີຖ້າຕຳແໜ່ງຢູ່ ມີໂອກາດໄດ້ຮັບຂ່າວດີ ທຸລະກິດການງານທີ່ເໝາະສົມກັບທ່ານທີ່ເກີດໃນມື້ນີ້ຄື ງານທີ່ຕ້ອງໃຊ້ພາສາໃນການຕິດຕໍ່ເຈລະຈາ ການສື່ສານ ການເງິນ ຊ່ວງນີ້ລາຍຮັບລາຍຈ່າຍບໍ່ສົມດຸນ ມີເລື່ອງທີ່ຕ້ອງຈ່າຍຢູ່ຕະຫຼອດຈຶ່ງຄວນວາງແຜນ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ທ່ານເປັນຜູ້ທີ່ມີສະເນ່ ແຕ່ກໍຍັງບໍ່ໄດ້ໃຫ້ຄວາມສຳຄັນກັບໃຜເປັນພິເສດເພາະທ່ານຈະເປັນຄົນທີບໍ່ຄ່ອຍສົນໃຈໃນເລື່ອງຄວາມຮັກປານໃດ
ວັນສຸກ:ການງານ ເຮັດວຽກດ້ານຄວາມລະອຽດ ແລະ ກ້າຕັດສິນໃຈຈະກໍ່ໃຫ້ເກີດໂຊກ ແລະຄວາມສຳເລັດທີ່ດີ ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ຈຶ່ງມີຄົນຍາກຈະເຂົ້າມາເຮັດຄວາມຮູ້ຈັກ ແຕ່ພວກທ່ານກໍຍັງບໍ່ຄ່ອຍມີຄວາມຈິງໃຈ
ວັນເສົາ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ຫລືສົ່ງຜົນກຳໄລທີ່ດີ ຖ້າກຳລັງສຶກສາຢູ່ກໍຈະປະສົບຄວາມສຳເລັດທີ່ດີເຊັ່ນກັນ ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍອອກໄປ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ ທ່ານເປັນຄົນເກັ່ງ ມີຄວາມສາມາດ ໃຈຮ້ອນ ທ່ານຈະມີສ່ວນຊ່ວຍເຫຼືອໃນຫຼາຍໆ ເລື່ອງນັບຈາກນີ້
ວັນອາທິດ:ການງານ ການຕັດສິນໃຈຂອງທ່ານເຕັມໄປດ້ວຍຄວາມຫມັ້ນໃຈ ແລະສ້າງສັນໃນເລື່ອງການສ້າງທຸລະກິດຈະໃຫ້ເກີດຄວາມກ້າວໜ້າ ການເງິນ ມີໂຊກຈະໄດ້ເງິນ ຫລືບໍລິວານຈະນຳໂຊກດີມາສູ່ທ່ານ ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ແຕ່ກໍຮູ້ສຶກວ່າຢາກຈະມີຄວາມເປັນອິດສະຫລະຫລາຍກວ່າ ຄ່ອຍໆ ເລືອກ ຄ່ອຍໆ ເບິ່ງ ຄ່ອຍໆ ຕັດສິນໃຈຈະດີທີ່ສຸດ