ຄົນເກີດວັນຈັນ:ການງານການເຈລະຈາຕໍ່ລອງທ່ານຍັງມີປະສົບການຍັງບໍ່ພຽງພໍ ການເງິນຈະເກີດໂຊກແບບບໍ່ຄາດຝັນຕ້ອງລະວັງລາຍຈ່າຍ ຄວາມຮັກໄດ້ພົບຄູ່ຄອງທີ່ດີເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານວາງແຜນເຮັດທຸລະກິດແລ້ວຈະປະສົບຄວາມສຳເລັດ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກໄດ້ພົບຄົນສະເໜ່ ແຕ່ອາລົມມີຄວາມໃຈຮ້ອນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ1
ຄົນເກີດວັນພຸດ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ຫລື ຜູ້ໃຫຍ່ເຫັນຄວາມສຳຄັນໃນຄວາມສາມາດຂອງທ່ານ ການເງິນຊັບສົມບັດເພີ່ມພູນຈະເລີນຮຸ່ງເຮືອງ ຄວາມຮັກໄດ້ພົບຮັກທາງໂຊຊຽວອາດເຂົ້າມາໃຫ້ຮູ້ຈັກແບບບັງເອີນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີມ້ວງອ່ອນ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານພົບຄວາມບໍ່ໍຊັດເຈນໃນເລື່ອງຂອງການງານ ການເງິນໄດ້ເງິນເຂົ້າມາຈໍານວນຫຼາຍຈາກຜູ້ໃຫຍ່ໃຈດີ ຄວາມຮັກມີເກນອາດໄດ້ພົບຮັກກັບຄົນທີ່ຮູ້ຈັກ ແຕ່ຕ້ອງລະວັງອາດເຮັດໃຫ້ມີບັນຫາກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2
ຄົນເກີດວັນສຸກ:ການງານຜູ້ໃຫຍ່ຈະໃຫ້ໂອກາດທ່ານໃນການສະແດງຄວາມສາມາດ ການເງິນ ໂຊກດີຈະໄດ້ເງິນຈາກຄົນທີ່ທ່ານເຄົາລົບ ຄວາມຮັກໄດ້ພົບຄົນມີຄວາມສາມາດ ເກັ່ງ ແລະ ມີສະເໜ່
ເຄື່ອງມຸງຄຸນ ຫີນນໍາໂຊກສີຂາວ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ9
ຄົນເກີດວັນເສົາ:ການງານເກີດການປ່ຽນແປງຍົກຍ້າຍ ແລ້ວປະສົບຄວາມສຳເລັດ ການເງິນເດີນທາງໄກແລ້ວເກີດຄວາມໂຊກດີ ຄວາມຮັກພົບຄົນຜິວຂາວ ໃຈຮ້ອນ ແຕ່ທ່ານບໍ່ໂອເຄກັບຄົນແບບນີ້
ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນອາທິດ:ການງານເອກະສານສັນຍາທາງທຸລະກິດອາດເປັນໂມຄະຕ້ອງລະວັງເລື່ອງເອກະສານ ການເງິນຈະຕ້ອງມີລາຍຈ່າຍຈໍານວນຫຼາຍໃນໄລຍະນີ້ ຄວາມຮັກພົບຄວາມບໍ່ຊັດເຈນໃນເລື່ອງຂອງການເງິນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ4