ວັນຈັນ:ການງານ ການເຈນຈາຕໍ່ລອງທາງດ້ານການງານຕ້ອງໃຊ້ວາດສິລະປະທີ່ດີ ການເຮັດທຸລະກິດການງານໃນຊ່ວງນີ້ປະສົບຄວາມສຳເລັດໄດ້ດີຫລາຍຂຶ້ນ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະເປັນໂຊກ ໃນຊ່ວງນີ້ມີເລື່ອງທີ່ຕ້ອງຈ່າຍຫລາຍ ແຕ່ກໍຈະສາມາດຫາເຂົ້າມາໄດ້ເພີ່ມເຕີມ ເພີ່ມຂຶ້ນກໍເປັນໄປໄດ້ ຄວາມຮັກ ຫາກໄດ້ພົບໃຜໃນຊ່ວງນີ້ ຈະເປັນການພົບກັນແບບບໍ່ທັນຕັ້ງຕົວ ໂດດເດັ່ນເປັນຄົນຜິວຂາວທີ່ມີໂອກາດຈະໄດ້ພົບກັນໃນຊ່ວງນີ້ນັ້ນເອງ
ວັນອັງຄານ:ການງານ ແມ່ນມີຄວາມຮີບເລັ່ງໃນເລື່ອງການເຮັດທຸລະກິດການງານ ແຕ່ກໍຕ້ອງມີຄວາມຮອບຄອບ ແລະໃຫ້ໃຊ້ເທັກນິກ ແລະຄວາມສາມາດຂອງຕົນເອງໃຫ້ເຕັມທີ່ ການເງິນ ໂຊກດີ ມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີ່ມ ເພີ່ມຂຶ້ນກໍເປັນໄປໄດ້ ເປັນວັນທີມີຄວາມໂຊກດີຫລາຍໆ ຄວາມຮັກ ຍັງຢູ່ໃນສະຖານນະການທີ່ຍັງຄິດທົບທວນເລື່ອງຄວາມຮັກໃນຊ່ວງນີ້ ເພາະຊີວິດສົມບູນແບບຢູ່ແລ້ວ ຈຶ່ງບໍ່ໄດ້ໃຫ້ຄວາມສຳຄັນໃນເລື່ອງຄວາມຮັກປານໃດ
ວັນພຸດ:ການງານ ມີໂອກາດປ່ຽນແປງຍົກຍ້າຍ ຫລື ຕິດຕໍ່ການງານທີ່ຄ່ອນຂ້າງເລື້ອຍໃນຊ່ວງນີ້ ຊຶ່ງຈະເກີດຄວາມສຳເລັດທີ່ໜ້າພໍໃຈ ການເງິນ ພົບອຸປະສັກຕິດຂັດກ່ຽວກັບເລື່ອງຂອງການເງິນ ແຕ່ກໍຈະມີຄົນເຂົ້າມາຊ່ວຍເຫລືອໃຫ້ຜ່ານພົ້ນໄປໄດ້ນັ້ນເອງ ຄວາມຮັກ ສຸກສົມຫວັງ ແລະລົງຕົວດ້ານຄວາມຮັກຄວາມສຳພັນທີ່ຫວານຊື່ນ ຖ້າຫາກບໍ່ໃຊ້ຄວາມໃຈຮ້ອນຈົນເກີນໄປ
ວັນພະຫັດ:ການງານ ຊ່ວງນີ້ຈະເຮັດສິ່ງໃດກໍມີຄວາມສຳເລັດ ເພາະມີຄົນລໍຖ້າໃຫ້ການຊ່ວຍເຫລືອ ມີການໃຊ້ເງິນເພື່ອນລົງທຶນກັບທຸລະກິດໃນໄລຍະນີ້ ການເງິນ ຍັງຢູ່ໃນເກນຊົງຕົວ ມີເລື່ອງທີ່ຕ້ອງຈ່າຍຢູ່ ໃນຊ່ວງນີ້ຄວນຈັດສັນປັນສ່ວນ ວາງແຜນການໃຊ້ຈ່າຍໃຫ້ດີກວ່າເດີມ ຄວາມຮັກ ພາບທັງຫມົດໃນເລື່ອງຂອງຄວາມຮັກ ຕ້ອງຖ້າຄວາມຊັດເຈນຂອງອີກຝ່າຍຫລາຍກວ່າ ໃຫ້ເບິ່ງໆ ກັນໄປກ່ອນ ປະຄັບປະຄອງຄວາມສຳພັນກັນຕໍ່ໄປ ໃຫ້ເວລາເປັນເຄື່ອງພິສູດ
ວັນສຸກ:ການງານ ຈະຈັບທຸລະກິດສິ່ງໃດໃນຊ່ວງນີ້ກໍປະສົບຄວາມໂຊກດີ ແຕ່ກໍຕ້ອງພົບອຸປະສັກກ່ອນ ແລະຕ້ອງແກ້ໄຂບັນຫາເກົ່າໆ ໃຫ້ຮຽບຮ້ອຍ ແລ້ວຄ່ອຍມາເລີ່ມກັບທຸລະກິດໃໝ່ ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງເປັນໂຊກໃນຊ່ວງນີ້ ອາດຈະຊ້າ ແຕ່ກໍຈະໄດ້ໃນຈຳນວນທີ່ເພີ່ມຂຶ້ນ ຄວາມຮັກ ຍັງບໍ່ມີເວລາປານໃດທີ່ຈະທຸ້ມເທໃຫ້ເລື່ອງຄວາມຮັກໃນຊ່ວງນີ້ ເພາະມີພາລະອີກຫຼາຍຢ່າງທີ່ຕ້ອງຈັດການໃຫ້ສຳເລັດໄປໂດຍໄວ
ວັນເສົາ:ການງານ ພົບອຸປະສັກດ້ານການງານທີ່ທ່ານຈະຕ້ອງພົບ ມີຄວາມຮູ້ສຶກກົດດັນ ແລະ ເມື່ອຍ ແຕ່ເມື່ອແກ້ບັນຫາໃຫ້ຜ່ານພົ້ນໄປໄດ້ກໍຈະປະສົບຄວາມໂຊກດີຢ່າງທີ່ຄາດຫວັງ ການເງິນ ໃຊ້ຄວາມປະຢັດເອົາໄວ້ກ່ອນຈຶ່ງຈະດີ ໃນຊ່ວງນີ້ວາງແຜນການໃຊ້ຈ່າຍໃຫ້ຮອບຄອບຫລາຍໆ ເພື່ອເປັນການບໍ່ປະມາດນັ້ນເອງ ຄວາມຮັກ ຍັງຢູ່ໃນເກນທີ່ດີຫາກບໍ່ໃຊ້ຄວາມໃຈຮ້ອນຈົນເກີນໄປ ໂດດເດັ່ນຖ້າຫາກຈະພົບໃຜທີ່ມີເຂົ້າມາໃນຊ່ວງນີ້ມີເກນອາຍູນ້ອຍກວ່າ
ວັນອາທິດ:ການງານ ອຸປະສັກການງານຍັງມີການປ່ຽນແປງທີ່ຈະເກີດຂຶ້ນ ຊ່ວງນີ້ໃຫ້ຕັ້ງໃຈກໍຈະສາມາດຈັດການໃຫ້ສຳເລັດໄປໂດຍໄວ ການເງິນ ຊ່ວງນີ້ຕ້ອງເຂົ້າສູ່ຊ່ວງການປະຢັດໄດ້ແລ້ວ ບໍ່ສາມາດໃຊ້ເງິນໄດ້ຫລາຍຄືແຕ່ກ່ອນ ພາລະທີ່ຈຳເປັນຕ່າງໆ ຍັງມີອີກຫລາຍ ຄວາມຮັກ ມີເລື່ອງຮີບເລັ່ງຢ່າງອື່ນຈຶ່ງຍັງບໍ່ໄດ້ຕັດສິນໃຈໃນເລື່ອງຄວາມຮັກ ໄລຍະນີ້ຈຶ່ງເປັນຊ່ວງເບິ່ງ ໆ ກັນໄປກ່ອນຫລາຍກວ່າ