ວັນຈັນ:ການງານ ຕັ້ງເປົ້າໝາຍໃນເລື່ອງຂອງການເຮັດວຽກງານໃນຊ່ວງນີ້ຈະເປັນໂຊກດີ ອາດຈະເມື່ອຍແດ່ ແຕ່ເມື່ອໃຊ້ຄວາມພະຍາຍາມຢ່າງເຕັມທີ່ກໍຈະເກີດຄວາມສຳເລັດທີ່ດີຂຶ້ນໄດ້ ການເງິນ ມີຄວາມພຶງພໍໃຈກ່ຽວກັບລາຍໄດ້ດີຂຶ້ນໃນຊ່ວງນີ້ ແລະເມື່ອໃຊ້ຄວາມປະຫຢັດຮ່ວມດ້ວຍກໍຈະມີໂຊກດີ ຄວາມຮັກ ມີຄົນເຂົ້າມາໃຫ້ຄວາມສົນໃຈໃນຊ່ວງນີ້ ທ່ານສາມາດເປັນທີ່ປຶກສາທີ່ດີໃຫ້ແກ່ຕົນເອງໄດ້ ໂດຍໝູ່ເພື່ອນແນະນຳໃຫ້ຮູ້ຈັກກັນ ແຕ່ກໍຂຶ້ນຢູ່ກັບຕົນເອງຈະເລືອກລາວຫລືບໍ່
ວັນຄານ:ການງານ ເໝາະກັບການເຮັດທຸລະກິດສະເພາະດ້ານທີ່ທ່ານຖະນັດ ຫລືດ້ານຊັບສິນ ການເງິນ ການທະນາຄານ ຊຶ່ງຕ້ອງໃຊ້ທັງຄວາມສາມາດ ຫລືຕ້ອງລົງທຶນອອກໄປ ການເງິນ ຊ່ວງນີ້ຕ້ອງໃຊ້ຈ່າຍອອກໄປກ່ຽວກັບການເບິ່ງແຍງສຸກຂະພາບຂອງຕົນເອງໃຫ້ດີຂຶ້ນ ຫາກປ່ອຍໄວ້ດົນກວ່ານີ້ຈະກາຍເປັນບັນຫາຊຳເຮື້ອໄດ້ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ຂ່າວສານຂໍ້ມູນຕ່າງໆ ຕ້ອງວິເຄາະກ່ຽວກັບສະຖານນະການເລື່ອງຄວາມຮັກ ຫລືມີເລື່ອງທີ່ສຳຄັນຕ້ອງເຮັດຄອບຄູ່ກັບການບໍລິຫານເລື່ອງຄວາມຮັກ
ວັນພຸດ:ການງານ ມີໂອກາດໄດ້ຮັບຕຳແໜ່ງໃໝ່ ຫລືພາລະໃນການເຮັດວຽກງານມີຫລາຍຂຶ້ນ ເຮັດໃຫ້ເກີດຄວາມເມື່ອຍ ແຕ່ກໍຈະຈັດການໃຫ້ໄດ້ຜົນງານທີ່ດີໄດ້ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປ ຫາເຂົ້າມາໄດ້ຫລາຍກໍຕ້ອງຈ່າຍອອກໄປຫລາຍ ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ແຕ່ກໍຈະຫາເຂົ້າມາໄດ້ຈາກຄວາມສາມາດຂອງຕົນເອງ ຄວາມຮັກ ຕ້ອງລະວັງເລື່ອງຄວາມໃຈຮ້ອນໃນຄວາມສຳພັນ ແລະຄວາມຫຶງຫວງເຮັດໃຫ້ເກີດການເຂົ້າໃຈຜິດ ເກີດບັນຫາໃນຊ່ວງນີ້ ຈຶ່ງຕ້ອງໃຊ້ເຫດຜົນຫລາຍໆ ແລະໃຫ້ອາໄພກັນເພື່ອປະຄັບປະຄອງຄວາມສຳພັນກັນໄປ
ວັນພະຫັດ:ການງານ ເມື່ອຍກ່ຽວກັບເລື່ອງການງານ ແຕ່ກໍຍັງສາມາດເຮັດໄດ້ດີທີ່ຈະສ້າງຜົນງານໃຫ້ເກີດຄວາມສຳເລັດ ແລະໄດ້ຜົນຕອບແທນຢ່າງທີ່ຄາດຫວັງ ການເງິນ ມີເງິນໝຸນຫາໃຊ້ຈ່າຍໄດ້ຢ່າງຄ່ອງຕົວໃນຊ່ວງນີ້ ການເງິນດີຂຶ້ນຫລາຍກວ່າແຕ່ກ່ອນ ແຕ່ກໍຢ່າປະມາດ ໃຊ້ຄວາມປະຫຢັດຮ່ວມຈຶ່ງຈະດີ ຄວາມຮັກ ຍັງຄົງບໍ່ແນ່ໃຈໃນຄວາມສຳພັນດ້ານຄວາມຮັກ ເພາະຢາກຈະຫາຄວາມສຸກທີ່ແທ້ຈິງຫລາຍກວ່າທີ່ຈະມຸ້ງເນັ້ນດ້ານຄວາມຮັກໂດຍກົງ ຫລືຈະຫັນໜ້າເຂົ້າຫາທາງທຳກໍເປັນໄປໄດ້ເຊັ່ນກັນ
ວັນສຸກ:ການງານ ຄວາມຂະຫຍັນຈະນຳພາຄວາມສຳເລັດມາສູ່ຕົນເອງໄດ້ສະເໝີ ແຕ່ກໍຕ້ອງລະວັງໃນເລື່ອງເອກະສານສັນຍາສົ່ງຜົນຕໍ່ຄວາມຊ້າ ຫລືຄວາມບໍ່ຊັດເຈນ ຈຶ່ງຕ້ອງກວດກາເບິ່ງໃຫ້ຖ້ວນຖີ່ບໍ່ໃຫ້ເກີດຄວາມຜິດພາດໄດ້ ການເງິນ ລະວັງໃຜບາງຄົົນທີ່ຢາກຈະເຂົ້າມາຢິບຢືມເງິນແລ້ວຈະບໍ່ໄດ້ຄືນ ໃນຊ່ວງນີ້ໃຫ້ຫຼີກລ້ຽງທີ່ຈະຊ່ວຍເຫລືອຄົົນທີ່ບໍ່ໜ້າໄວ້ວາງໃຈ ຄວາມຮັກ ມີໂອກາດພົບໃຜບາງຄົົນທີ່ມີສະເນ່ ແຕ່ເວລາທີ່ມີໃຫ້ກັນຍັງບໍ່ຫລາຍພໍ ຫລືຍັງບໍ່ແນ່ໃຈວ່າເປັນຄົົນທີ່ແມ່ນສຳລັບຕົນເອງຫລືບໍ່ນັ້ນເອງ
ວັນເສົາ:ການງານ ກ້າທີ່ຈະປ່ຽນແປງສະຖານນະການຕ່າງໆ ດ້ວຍຄວາມຂະຫຍັນ ພົບບັນຫາຕ່າງໆ ແລະແກ້ໄຂໃຫ້ຜ່ານພົ້ນໄປໄດ້ ແລ້ວຈະໄດ້ຮັບຜົນຄວາມສຳເລັດທີ່ດີຕາມມາ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ຈະໄດ້ເງິນເພີ່ມເຕີມເພີ່ມຂຶ້ນຢ່າງເປັນໂຊກ ຈະສັງເກດໄດ້ວ່າດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ຍັງບໍ່ມີເວລາທຸ້ມເທໃຫ້ເລື່ອງຄວາມຮັກ ແລະຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້
ວັນອາທິດ:ການງານ ຊ່ວງນີ້ເມື່ອຍເລື່ອງການງານຫລາຍເປັນພິເສດ ເພາະວຽກງານເຂົ້າມາຫຼາຍ ແລະຍັງບໍ່ສາມາດເຮັດໃຫ້ສຳເລັດສົມບູນໄປໄດ້ທຸກຢ່າງ ຈຶ່ງຕ້ອງພະຍາຍາມເຮັດໄປເທື່ອລະຢ່າງທີ່ລະຂັ້ນຕອນຈຶ່ງຈະດີ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປ ຫາເຂົ້າມາໄດ້ຫລາຍກໍຕ້ອງຈ່າຍອອກໄປລຫຼາຍ ມີລາຍຈ່າຍຖ້າຢູ່ສະເໝີໃນຊ່ວງນີ້ ຄວາມຮັກ ລະວັງຄວາມໃຈຮ້ອນສົ່ງຜົນຕໍ່ຄວາມຂັດແຍ້ງ ໃນເລື່ອງຂອງຄວາມສຳພັນ ໃນຊ່ວງນີ້ຕ້ອງໃຊ້ຄວາມໃຈເຢັນໃນການຄົບຫາກັນ ຢ່າໃຊ້ອາລົມຫລາຍກວ່າເຫດຜົນ