ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ໂອ້ລົມພະນັກງານຫຼັກແຫ່ຼງຂອງສານປະຊາຊົນທີ່ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະ ຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງສານປະຊາຊົນ, ໃນວັນທີ 2 ມີນາ ນີ້ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ເນັ້ນ ໃຫ້ເອົາໃຈໃສ່ຕື່ມ 7 ບັນຫາສຳຄັນ. ກອງປະຊຸມດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ, ປະທານສານປະຊາຊົນແຂວງ, ສານເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນແຕ່ລະຂັ້ນທີ່ຍາດໄດ້ຜົນງານຫຼາຍດ້ານ ເປັນທີ່ພາກພູມໃຈ ບໍ່ວ່າຈະເປັນການສຶກສາອົບຮົມແນວຄິດຂອງຜູ້ພິພາກສາ, ພະນັກ ງານສານ, ການປັບປຸງແບບແຜນກົນໄກການບໍລິຫານສານໄດ້ຮັບການປັບປຸງດີຂຶ້ນ, ການເຮັດວຽກປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ,ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ສາມາດຮັກສາໄດ້ຄວາມສາມັກຄີ. ປະຕິບັດໜ້າທີ່ການເມືອງມີຜົນສຳເລັດ, ມີອັນປ່ຽນແປງໃໝ່ຢ່າງຕັ້ງໜ້າກວ່າເກົ່າ, ການແກ້ໄຂຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມດີຂຶ້ນ. ຕໍ່ຜົນງານ ແລະ ຜົນ ສຳເລັດດັ່ງກ່າວ ຄະນະພັກ ຄະ ນະນຳ ແລະ ພະນັກງານຂອງສານປະຊາຊົນຕ້ອງໄດ້ພ້ອມກັນສືບຕໍ່ເອົາໃຈໃສ່ຕື່ມ 7 ບັນຫາສຳຄັນດັ່ງນີ້:
1. ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກ ງານຂອງສານມີແນວຄິດ, ຈິນ ຕະນາການທີ່ຖືກຕ້ອງ, ມີຈິດໃຈຮັບໃຊ້ປະຊາຊົນ ແລະ ຮັກສາຈັນຍາບັນຈັນຍາທໍາໃນການປະ ຕິບັດໜ້າທີ່ ເນື່ອງຈາກວ່າເງ່ືອນໄຂແຫ່ງການປະຕິບັດກົນໄກເສດຖະກິດຕະຫຼາດ, ຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເຊື່ອມໂຍງກັບສາກົນບວກກັບກຸ່ມຄົນບໍ່ດີ ແລະ ກຳລັງປໍລະປັກໄດ້ດຳເນີນສົງຄາມຫັນ ປ່ຽນໂດຍສັນຕິ ຊຶ່ງໄດ້ຊັກຈູງສະ ມາຊິກພັກ-ພະນັກງານຈຳນວນ ໜຶ່ງມີແນວຄິດຄອນແຄນບໍ່ມີຫຼັກໝັ້ນ, ຂາດອຸດົມການ, ຂາດຈັນຍາບັນ, ຈັນຍາທຳ, ຫ່າງເຫີນ ບໍ່ເອົາໃຈໃສ່ຮັບໃຊ້ປະຊາຊົນຊອກເງື່ອນໄຂຊ່ອງຫວ່າງສວຍໃຊ້ກົດໝາຍ, ສວຍໃຊ້ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ບັນຫານີ້ເປັນບັນຫາທີ່ຈະຕ້ອງໄດ້ສຸມໃສ່ຄົ້ນຄວ້າທຸກຮູບແບບວິທີການສຶກສາອົບຮົມດ້ວຍຫຼາຍຮູບແບບທັງເຮັດທາງກົງ, ທາງອ້ອມ, ທາງກວ້າງ-ທາງເລິກ, ເຮັດສະເພາະກຸ່ມເປົ້າໝາຍ ແລະ ຕິດພັນກັບຂະບວນການປະຕິບັດໜ້າທີ່ວຽກງານຕົວຈິງ, ມີການວາງມາດຕະການລະອຽດ, ເຂັ້ມງວດ, ເອົາໃຈໃສ່ຕິດຕາມ ແລະ ກວດກາເປັນປົກກະຕິ ເພື່ອຮັບປະກັນໃຫ້ວຽກໄປຕາມລະບຽບຫຼັກການ ແລະ ກົດໝາຍກຳນົດຢູ່ພາຍໃຕ້ການຄຸ້ມຄອງ ແລະ ນຳພາຊີ້ນຳໂດຍກົງຮອບດ້ານຂອງພັກ, ສ້າງໃຫ້ພະນັກງານມີນ້ໍາໃຈຮັກຊາດ, ຮັກປະຊາຊົນ ແລະ ຮັກຄວາມຍຸຕິທຳຢ່າງແທ້ຈິງ.
2. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກ່ຽວກັບ ການດຳເນີນຄະດີຕາມຂະ ບວນການຍຸຕິທຳ ກໍຄືມະຕິ 112/ກມສພ ລົງວັນທີ 2 ມິຖຸ ນາ 2021 ວ່າດ້ວຍການຍົກສູງປະສິດທິພາບ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີີ IX ກໍຄືແຜນພັດທະນາລະບົບສານປະຊາຊົນໃຫ້ປະກົດຜົນເປັນຈິງ.
3. ສຸມໃສ່ສ້າງພະນັກງານຂອງສານໃຫ້ມີຄວາມຮູ້, ຄວາມ ສາມາດ, ມີຄວາມເປັນຊ່ຽວຊານ ແລະ ເປັນມືອາຊີບສະ ເພາະດ້ານ, ຫັນພະນັກງານລົງຮາກຖານ, ຄົ້ນຄວ້າສັບຊ້ອນ, ຈັດວາງພະນັກງານໃຫ້ຖືກຕ້ອງ ແລະ ເໝາະສົມກັບພາລະບົດ ບາດ, ໜ້າທີ່, ຄວາມຮູ້ຄວາມສາມາດ ແລະ ຕໍາແໜ່ງງານທີ່ກໍານົດໄວ້.
4. ເອົາໃຈໃສ່ຄຸ້ມຄອງນຳໃຊ້ຊັບສົມບັດຂອງລັດຢູ່ສານປະຊາຊົນໃຫ້ມີປະສິດທິພາບ, ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍງົບປະມານ, ຮັບປະກັນການເບີກຈ່າຍ, ການສະຫຼຸບໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງ.5. ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການດຳເນີນຄະດີໃຫ້ໂປ່ງໃສໃນທຸກຂັ້ນຕອນການດຳເນີນຄະດີຢູ່ສານ, ສາມາດກວດສອບໄດ້ທຸກຂັ້ນຕອນການດໍາເນີນຄະດີ, ປະຕິບັດຕາມກົດໝາຍກຳນົດຢ່າງເຄ່ັງຄັດຫຼີກ ລ່ຽງທີ່ສຸດບໍ່ມີກົດໝາຍ, ບໍ່ມີນິ ຕິກຳ ກໍພາກັນເຮັດ, ສວຍໃຊ້ຊ່ອງຫວ່າງກົດໝາຍຖ່ວງດຶງການດຳ ເນີນຄະດີປະຕິບັດພາໃຫ້ເກີດມີການຊັກຊ້າ ໃນການແກ້ໄຂຄະດີ.
6. ເອົາໃຈໃສ່ຄົ້ນຄວ້າສ້າງ, ກົນໄກການໂຄສະນາເຜີຍ ແຜ່ກົດໝາຍໃຫ້ການຈັດຕັ້ງ, ປະ ຊາຊົນໃຫ້ກວ້າງຂວາງ ແລະ ທົ່ວເຖິງ ເພື່ອໃຫ້ຮັບຮູ້, ເຂົ້າໃຈຕໍ່ກົດໝາຍ, ຍົກສູງສະຕິກົດໝາຍຢູ່ສັງຄົມໃຫ້ສູງຂຶ້ນ.7. ເອົາໃຈໃສ່ປະສານສົມ ທົບກັບຄະນະພັກ, ອຳນາດການປົກຄອງຂັ້ນຂອງຕົນ ເພື່ອຍາດແຍ່ງຄຳຄິດຄຳເຫັນຂໍທິດຊີ້ນຳ ແລະ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຂອງສານ ໂດຍສະເພາະການເກັບກຳຂໍ້ມູນຫຼັກຖານ, ຊີ້ແຈງ ແລະ ສະໜອງຂໍ້ມູນຫຼັກຖານໃຫ້ແກ່ສານ ເພື່ອເຮັດໃຫ້ຄະດີມີຄວາມແຈ້ງຂາວ.