ຖ້າຜູ້ທີ່ຕິດຕາມວົງການບັນເທີງ ໂດຍສະເພາະສາວແຕງໂມ ນິດາ ແຕ່ໃດໆມາສາວແຕງໂມມີຄວາມຝັນຢາກມີລູກເປັນຂອງໂຕເອງ ຕັ້ງແຕ່ຄົບແຟນຄົນກ່ອນໆກໍ່ວາງແຜນວ່າຢາກມີລູກຈົນເຖິງຂັ້ນໄປປືກສາເລື່ອງເປີດບັນຊອກບັນຊີໃຫ້ລູກ ເພື່ອເປັນຕົ້ນທຶນຊີວິດຍາມເຂົາເຕີບໃຫຍ່ຂຶ້ນມາ ແຕ່ຊີວິດຈີງເບິ່ງຄືວ່າຄວາມຮັກຂອງສາວແຕງໂມບໍ່ຄ່ອຍສົມຫວັງກັບຄວາມຮັກເທົ່າໃດໜັກ.
ເຖິງແມ່ນດາລາສາວແຕງໂມຈະພະຍາຍາມມີລູກ ແຕ່ກັບພໍ່ຂອງລູກແມ່ນບໍ່ສົມຫວັງຈັກເທື່ອ ລົມຜູ້ໃດກໍ່ຄາດຫວັງວ່າຈະໄປກັນໄດ້ສຸດທ້າຍມາຈົບທີ່ການເລີກລາ ເຮັດໃຫ້ດາລາສາວບໍ່ເປັນດັ່ງໃຈຫວັງ ແລະໄດ້ຮັບລູກເປັນຂອງໝູ່ສະໜິດຄືກະຕິກມາເປັນລູກບຸນທຳ.
ຕາມຂ່າວຫຼ້າສຸດ ລາຍງານວ່າ ແຕງໂມມີປະກັນອຸບັດຕິເຫດເສຍຊີວິດ 1 ລ້ານບາດ ຜູ້ຮັບປະກັນຄື ລູກສາວບຸນທຳ ກໍ່ຄືລູກສາວຂອງສາວກະຕິກໝູ່ຄົນສະໜິດ ທັງເປັນຜູ້ຈັດການຂອງສາວແຕງໂມທີ່ກຳລັງເປັນຈຳເລີຍຂອງສັງຄົມໃນປະຈຸບັນ ຫຼັງດາລາສາວຖືກພັດຕົກນ້ຳເສຍຊີວິດລົງເມື່ອວັນທີ 24 ກຸມພາຜ່ານມາ.
ສ່ວນຊັບສິນອື່ນໆແມ່ນຍັງບໍ່ທັນມີລາຍງານ ແຕງໂມໄດ້ຂຽນພິໄນກຳໄວ້ຫຼືບໍ ເຮົາຕິດຕາມການກວດສອບຂອງເຈົ້າໜ້າທີ່ຕໍ່ໄປ.ຮັກໝູ່ຄົນນີ້ທີ່ສຸດ ແລ້ວເພິ່ນຮັກເຮົາບໍນະ
ເບື້ອງຫຼັງ ສາວແຕງໂມ ພະຍາຍາມມີລູກແຕ່ຍັງບໍມາ ມີປະກັນຕ້ອງໂອນໃຫ້ລູກໝູ່
ເບື້ອງຫຼັງ ສາວແຕງໂມ ພະຍາຍາມມີລູກແຕ່ຍັງບໍມາ ມີປະກັນຕ້ອງໂອນໃຫ້ລູກໝູ່