ຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອສ້ອມແປງຕຶກຊຶມເຊື້ອ ໂຮງໝໍແຂວງຈຳປາສັກ ມູນຄ່າ 365.000 ກ່ວາໂດລາ.
ໃນຕອນເຊົ້າວັນທີ 1 ມີນາ 2022 ນີ້ ທີ່ສະຖານທູດຍີ່ປຸ່ນ ປະຈຳລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບທຶນ ຊ່ວຍເຫຼືອກໍ່ສ້າງແລະ ສ້ອມແປງ ຕຶກຊຶມເຊື້ອ ໂຮງໝໍແຂວງຈຳປາສັກ ມູນຄ່າ 365.000 ກ່ວາໂດລາ ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເປັນກຽດມອບຂອງທ່ານ ເຄນອິຈິ ໂຍບະຢະຊິ (kenichi KOBATASHI) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ຮ່ວມພິທີຮັບມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວວ່າ:
ພວກຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາການຊ່ວຍເຫຼືອ ດັ່ງກ່າວ ນຳໃຊ້ເຂົ້າໃນໂຄງການ ກໍ່ສ້າງຕໍ່ເຕີມຕຶກຊືມເຊື້ອ ໂຮງໝໍແຂວງຈຳປາສັກ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວຂອງ ປະຊາຊົນ ໃນ 4 ແຂວງພາກໃຕ້ ຢ່າງທົ່ວເຖີງ, ເພື່ອມີສະຖານທີ່ຮັບຮອງປິ່ນປົວພະຍາດຊືມເຊື້ອຢ່າງ ພຽງພໍ, ຫຼຸດຜ່ອນຄວາມແອອັດ ຂອງຄົນເຈັບຢູ່ໃນຕຶກນອນປິ່ນປົວທົ່ວໄປໄດ້ເປັນຢ່າງດີ, ເພື່ອອຳນວຍ ຄວາມສະດວກສະບາຍ ແກ່ຄົນເຈັບ ທີ່ເຂົ້າມາປີ່ນປົວ, ໂດຍສະເພາະແມ່ນເພື່ອຄວບຄຸມການແຜ່ເຊື້ອ ຂອງພະຍາດຊືມເຊື້ອຕ່າງໆ, ຮັບປະກັນໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຍີ່ ປຸນກໍຄືສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສ້າງສາຍພົວພັນ ມິດຕະພາບອັນດີງາມ-ການຮ່ວມມື ເຊິ່ງກັນ ແລະ ກັນ ຕະຫຼອດໄປ.
ເນື້ອໃນຂ່າວ: ເກດສະໜາ ແກ້ວສຸວັນນະແສງ