ວັນຈັນ:ການງານພົບອຸປະສັກ ແຕ່ກໍມີຄວາມສຳເລັດທີ່ວາງແຜນ ແລະຄວາມພະຍາຍາມທີ່ມີມາດົນ ຊ່ວງນີ້ເຮັດຫນ້າທີ່ໃຫ້ດີທີ່ສຸດກໍຈະເປັນໂຊກດີ ການເງິນ ມີໂຊກຈະໄດ້ເງິນ ແຕ່ຕ້ອງລະວັງໃຜບາງຄົົນທີ່ຈະເຂົ້າມາຢິບຢືມເງິນຂອງທ່ານໃນຊ່ວງນີ້ແລ້ວຈະບໍ່ໄດ້ຄືນ ຄວາມຮັກ ຍັງຢູ່ໃນເກນຊົງຕົວຫລາຍກວ່າ ບໍ່ມີເລື່ອງກັງວົນໃດໆ ຄວາມສຳພັນເປັນໄປແບບຢ່າງທີ່ເຄີຍເປັນຄືວັນທີຜ່ານມາ
ວັນຄານ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ກໍຈະປະສົບຄວາມສຳເລັດໄດ້ດີຖ້າໄດ້ເຮັດໃນສິ່ງທີ່ຖະນັດ ຫລືໃນສິ່ງທີ່ມັກ ກໍຂະເຮັດໃຫ້ວຽກງານດີຂື້ນເລື້ອຍໆ ການເງິນ ບໍລິຫານຈັດການໄດ້ຢ່າງດີ ແມ່ນຈະບໍ່ໂດດເດັ່ນ ແຕ່ກໍບໍ່ໄດ້ເດືອດຮ້ອນຫລວງຫລາຍ ຄວາມຮັກ ຜູ້ຊາຍຜິວຂາວ ມີສະເນ່ຈະເຂົ້າມາໃນຊີວິດຂອງທ່ານໃນຊ່ວງນີ້ ແຕ່ລະວັງຄວາມໃຈຮ້ອນຈະສົ່ງຜົນຕໍ່ຄວາມສຳພັນ
ວັນພຸດ:ການງານ ລະວັງຄຳເວົ້າທີ່ກົງເກີນໄປ ແລະຄວາມໃຈຮ້ອນເຮັດໃຫ້ງານເສຍ ການເພີ່ມທັກສະໃນການເຮັດວຽກງານຈະເຮັດໃຫ້ການງານສຳເລັດໄປໄດ້ດ້ວຍດີ ການເງິນ ມີເງິນໃຊ້ຈ່າຍຕະຫລອດໃນຊ່ວງນີ້ ດ້ວຍຄວາມສະຫລຽວສະຫລາດຂອງທ່ານຈະສາມາດຫາເຂົ້າມາໄດ້ເພີ່ມເຕີມ ຄວາມຮັກ ດ້ວຍບຸນເກົ່າຈະນຳໃຫ້ໄດ້ພົບກັນ ຊຶ່ງທ່ານເປັນຄົນເກັ່ງ ມີຄວາມສາມາດ ມີຖານະ ໄດ້ພົບຮັກແທ້ທີ່ຈະເຮັດໃຫ້ຄວາມສຳພັນຢັ່ງຢືນ
ວັນພະຫັດ:ການງານ ພົບອຸປະສັກ ແຕ່ມີການປ່ຽນແປງທາງດ້ານການງານໄປໃນທິດທາງທີ່ດີຂຶ້ນ ແມ່ນບໍ່ມີຄວາມຫມັ້ນໃຈ ເມື່ອໃຊ້ຄວາມພະຍາຍາມ ແລະ ທຸ້ມເທຢ່າງເຕັມທີ່ກໍຈະປະສົບຄວາມສຳເລັດຢ່າງທີ່ຄາດຫວັງ ການເງິນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງກັງວົນ ຫລືບໍ່ມີເລື່ອງເດືອດຮ້ອນໃດໆ ໃນຊ່ວງນີ້ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານຈະເປັນຄົນຮູບຮ່າງທ້ວມໆ ເກັ່ງ ມີຄວາມສາມາດ ມີຊື່ສຽງໃນແວດວົງຂອງທ່ານ
ວັນສຸກ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຈະມີຄວາມສຳເລັດ ເພາະມີຄົນຄອຍຖ້າຊ່ວຍເຫລືອ ການເງິນ ພະຍາຍາມບໍລິຫານຈັດການດ້ານການເງິນ ການໃຊ້ຈ່າຍໃຫ້ຜ່ານໄປໃຫ້ໄດ້ ຊ່ວງນີ້ຈະຕິດຂັດແດ່ໜ້ອຍໜື່ງຈຶ່ງຕ້ອງວາງແຜນການໃຊ້ຈ່າຍໃຫ້ດີ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະໃນເລື່ອງຂອງໄລຍະທາງເຮັດໃຫ້ເກີດຄວາມຫ່າງເຫີນ ແລະ ບໍ່ເຂົ້າໃຈກັນ ຫລືກຳລັງທົບທວນຄວາມສຳພັນຢູ່ນັ້ນເອງ
ວັນເສົາ:ການງານ ຈະເຮັດສິ່ງໃດ ຫລືທຸລະກິດໃດໃນຊ່ວງນີ້ ແມ່ນບໍ່ອອກແຮງຫລາຍ ແຕ່ກໍຈະປະສົບຄວາມສຳເລັດທີ່ດີ ການເງິນ ມີໂຊກຈະໄດ້ເງິນ ມີທັງຮັບທັງຈ່າຍ ແຕ່ກໍຈະຫາເງິນໄດ້ຫລາຍຂຶ້ນ ມີຄວາມຄ່ອງຕົວພໍສົມຄວາມ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ຍັງບໍ່ຕັດສິນໃຈເລືອກໃຜ ເພາະມີຄົນເຂົ້າມາຫລາຍກວ່າໜຶ່ງຄົນນັ້ນເອງ
ວັນອາທິດ:ການງານ ການເຈລະຈາຕໍ່ລອງ ຫລືທຸລະກິດປະສົບຄວາມສຳເລັດ ດວງສະຕາຢູ່ໃນເກນທີ່ດີ ຈະເຮັດວຽກງານຫຍັງກໍເປັນເງິນເປັນທອງໄປທຸກຢ່າງ ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຫລາຍກວ່າໜຶ່ງເທື່ອ ດວງຊະຕາດີຫລາຍຢ່າງເຫັນໄດ້ແຈ້ງ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈໃນຊ່ວງນີ້ ແຕ່ກໍຂຶ້ນຢູ່ກັບເຂົ້າຊະຕາວ່າຈະເລືອກທ່ານຫລືບໍ່