ວັນຈັນ:ການງານ ເລັ່ງໃນເລື່ອງຂອງການເຮັດວຽກງານໃຫ້ເກີດຄວາມສຳເລັດໄດ້ໃນຊ່ວງນີ້ ເຖິງເມື່ອຍແຕ່ກໍຄຸ້ມຄ່າກັບຄວາມພະຍາຍາມ ເພາະຈະໄດ້ຜົນກຳໄລທີ່ໜ້າພໍໃຈ ການເງິນ ໂຊກດີ ມີໂຊກ ເພາະຈະໄດ້ເງິນເຂົ້າມາຊ້ອນໆ ກັນ ຫຼາຍໆ ເທື່ອ ໃນຊ່ວງນີ້ດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ແຈ້ງ ຄວາມຮັກ ຈະພົບຄົົນທີ່ເກັ່ງ ມີຄວາມສາມາດ ທ່ານເປັນຄົນສຸຂຸມຮອບຄອບ ມັກອະທິບາຍ ເປັນນັກຄິດ ນັກວາງແຜນຢ່າງເປັນເຫດເປັນຜົນ
ວັນຄານ:ການງານ ຄວາມຂະຫຍັນຈະນຳພາຄວາມສຳເລັດມາສູ່ຕົນສະເໝີ ແຜນງານຖືວ່າດີໃຊ້ໄດ້ ປະສົບຄວາມສຳເລັດດີແຕ່ບາງເທື່ອກໍວຽກຫລາຍ ຕ້ອງແກ້ບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ນັ້ນເອງ ການເງິນ ເມື່ອຢາກໄດ້ສິ່ງໃດກໍຈະສາມາດຊື້ຫາມາໄດ້ ບໍ່ຕິດຂັດທາງດ້ານການເງິນ ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຂອງຄວາມຮັກເພາະໄລຍະທາງທີ່ຫ່າງກັນ ຈຳເປັນຕ້ອງປັບໂຕເຂົ້າຫາກັນຄ່ອນຂ້າງຫລາຍເປັນພິເສດ
ວັນພຸດ:ການງານ ເດີນທາງຕິດຕໍ່ງານຫຼາຍ ໃນຊ່ວງນີ້ຄ່ອນຂ້າງວຸ້ນແລະເມື່ອຍ ມີພາລະຫນ້າທີ່ການງານທີ່ຕ້ອງຮັບຜິດຊອບຫລາຍເປັນພິເສດ ການເງິນ ຊ່ວງນີ້ຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນ ເລື່ອງກັງວົນໃດໆ ຫາເຂົ້າມາເພີ່ມເຕີມໄດ້ຕະຫຼອດ ຢ່າງເປັນໂຊກດີ ຄວາມຮັກ ຍັງບໍ່ລົງໂຕໃນເລື່ອງຂອງຄວາມຮັກປານໃດ ຖ້າໃຈຮ້ອນຈົນເກີນໄປ ຖ້າຫາກປັບໂຕເຂົ້າຫາກັນກໍຈະມີຄວາມຮັກທີ່ສຸກສົມຫວັງໄດ້ດີຂຶ້ນ
ວັນພະຫັດ:ການງານ ລັງເລໃນເລື່ອງຂອງການຕັດສິນໃຈ ຄ່ອຍໆ ແກ້ບັນຫາໄປເທື່ອລະຂັ້ນຕອນຈຶ່ງຈະດີທີ່ສຸດ ເບິ່ງຄືຈະໃຊ້ເງິນທຶນອອກໄປໃນຊ່ວງນີ້ ແຕ່ຈະໄດ້ຜົນກຳໄລທີ່ໜ້າພໍໃຈກັບມາໄດ້ ການເງິນ ຫາເງິນເຂົ້າມາໄດ້ຕະຫຼອດ ຢ່າງເປັນໂຊກດີໃນຊ່ວງນີ້ ຈາກຄວາມສະຫລຽວສະຫລາດໃນເລື່ອງຂອງການຕິດຕໍ່ເຈລະຈາ ຄວາມຮັກ ຄວາມສຳພັນດ້ານຄວາມຮັກກໍຖືວ່າຍັງຄົງດຳເນີນໄປ ບາງເທື່ອກໍຫ່າງເຫີນກັນ ບາງເທື່ອກໍກັບມາເບິ່ງແຍງເອົາໃຈໃສ່ກັນ ກໍຕ້ອງແບ່ງເວລາໃຫ້ກັນຫລາຍຂຶ້ນຈຶ່ງຈະດີ
ວັນສຸກ:ການງານ ຊ່ວງນີ້ວຽກງານທີ່ເໝາະກັບທ່ານເປັນງານທີ່ກ່ຽວຂ້ອງກັບຄວາມສວຍງາມ ແຟຊັ່ນ ວົງການອາຫານ ວົງການບັນເທີງ ຈະເຮັດໃຫ້ເກີດຄວາມສຳເລັດແລະເກີດຄວາມໂຊກດີຫລາຍໆ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆ ໄດ້ໃນຊ່ວງນີ້ ຄວາມຮັກ ໃນເລື່ອງຂອງຄວາມຮັກ ອາດຈະພົບໃຜໃນຊ່ວງນີ້ ເປັນຄົົນທີ່ມີເກນອາຍຸຕ່າງກັນກໍເປັນໄປໄດ້
ວັນເສົາ:ການງານ ບາງເທື່ອໃຫ້ວາງແຜນໄວ້ກ່ອນ ລໍຖ້າຈັງຫວະທີ່ດີກວ່ານີ້ແລ້ວຄ່ອຍລົງມືກະທຳ ຈະກໍ່ໃຫ້ເກີດຄວາມສຳເລັດທີ່ໜ້າພໍໃຈໄດ້ງ່າຍຫລາຍຂຶ້ນ ການເງິນ ມີທັງຮັບທັງຈ່າຍສະລັບກັນໄປໃນຊ່ວງນີ້ ພໍຈ່າຍອອກໄປກໍຫາເຂົ້າມາໄດ້ເພີ່ມເຕີມເພີ່ມຂຶ້ນຢ່າງເປັນໂຊກດີ ຄວາມຮັກ ອາດມີເລື່ອງເຮັດໃຫ້ຕ້ອງຜິດໃຈກັນ ແຕ່ດຽວມັນກໍ່ຜ່ານໄປໄດ້ງ່າຍ
ວັນອາທິດ:ການງານ ລະວັງໃນເລື່ອງຂອງການລົງທຶນຈະຕ້ອງໃຈເຢັນແລະວາງແຜນໃຫ້ຮອບຄອບ ການເງິນ ລະມັດລະວັງໃນເລື່ອງຂອງການໃຊ້ເງິນແລະການໃຊ້ຈ່າຍໃຫ້ດີໃນຊ່ວງນີ້ ເພາະລາຍຈ່າຍຍັງມີຢູ່ຫລາຍນັ້ນເອງ ຄວາມຮັກ ລົງຕົວສຸກສົມຫວັງໃນເລື່ອງຂອງຄວາມສຳພັນຢ່າງທີ່ຕົນເອງນັ້ນປາດຖະຫນາ ຈະພົບຄົົນທີ່ມີລັກສະນະຜິວຂາວ ເກັ່ງ ສະຫລຽວສະຫລາດ ມີຄວາມສາມາດຫລາຍໆ