ເລື່ອງລາວຂອງແມ່ລ້ຽງດ່ຽວລາຍນີ້ໄດ້ຖືກນຳສະເໜີຜ່ານສື່ຕ່າງປະເທດ ທີ່ກາຍເປັນເລື່ອງລາວທີ່ເຮັດໃຫ້ຄົນທີ່ທໍ້ແທ້ລຸກຂຶ້ນສູ້ ແລະ ເປັນກຳລັງໃຈໃຫ້ໃຜອີກຫຼາຍໆຄົນ ສູ້ກັບບັນຫາຕ່າງໆທີ່ຕ້ອງພົບເຈີ ຫຼາຍໆຄົນທີ່ພົບບັນຫາຊີວິດຄູ່ເມື່ອໄດ້ເຫັນຊີວິດ
ແມ່ລ້ຽງດ່ຽວທ່ານນີ້ກໍ່ເຮັດໃຫ້ມີກຳລັງໃຈໃນການສູ້ຊີວິດເພາະໄດ້ເຫັນກຳລັງໃຈຈາກແມ່ລ້ຽງດ່ຽວລາຍນີ້ ທີ່ບໍ່ຄ່ອບຫຍໍ້ທໍ້ຕໍ່ໂຊກຊະຕາຊີວິດ ແລະ ຍິ້ມສູ້ບັນຫາອຸປະສັກຕ່າງໆ ເຖິງແມ່ນວ່າຫຼາຍຄົນຈະດູຖູກລາວວ່າມີອາຊີບກວາດຂີ້ເຫຍື້ອເທິງຖະໜົນ
ໂດຍໄດ້ມີຄົນຖ່າຍພາບຂອງຍິງທີ່ໃສ່ເສື້ອເຈົ້າໜ້າທີ່ສຸຂາພິບານ ກຳລັງກວາດຖະໜົນ ແລະ ເດັກຍິງຕົວນ້ອຍໆ ແລ່ນຫຼິ້ນຢູ່ຂ້າງໆ ຖືກເຜີຍແຜ່ອອກໄປໃນໂລກໂຊຊຽວ
ຫຼັງຈາກທີ່ໄດ້ສອບຖາມ ເຮົາຈຶ່ງຊາບວ່າ ລາວເຮັດວຽກເປັນຄົນກວາດຂີ້ເຫຍື້ອ ແລະ ຈຳເປັນຕ້ອງຮັບລູກຈາກໂຮງຮຽນມາເຮັດວຽກນຳ ເພາະບໍ່ມີໃຜດູແລລູກໃຫ້ ລູກສາວໄວ 5 ປີ ຕ້ອງຖ້າລາວເຮັດວຽກຈົນແລ້ວ ແລະ ກັບເຮືອນພ້ອມກັນ
ລາວເລົ່າວ່າ ລາວຫາມາເຮັດວຽກໄດ້ບໍ່ດົນ ທຸກມື້ທີ່ລູກມາລໍຖ້າລາວເຮັດວຽກເຂົາຈະເຕັ້ນໃຫ້ລາວເບິ່ງ ເຮັດໃຫ້ລາວຮູ້ສຶກມີຄວາມສຸກ ລາວເລົ່າອີກວ່າກ່ອນໜ້ານີ້ລາວເຮັດວຽກດູແລຄົນຊະລາ ແຕ່ວ່າງານບໍ່ສາມາດພາລູກໄປນຳໄດ້
ຈຶ່ງຕ້ອງລາອອກມາກວາດຖະໜົນເພື່ອທີ່ຈະໄດ້ມີເວລາໄດ້ຢູ່ກັບລູກ