ບັນດາແຟນຄັບ ແລະສື່ມວນຊົນຕ່າງກໍ່ຍົກຍ້ອງໃຫ້ສີຣິຕ້າ ເຈນເຊ່ນ ໃຫ້ເປັນແມ່ທີ່ສວຍງາມສຸດຄົນໜຶ່ງ ຫຼັງຈາກທີ່ເກີດລູກແລ້ວຄືຈັ່ງວ່າລາສີຄວາມງາມຍິ່ງສະຫງ່າຂຶ້ນກວ່າແຕ່ກ່ອນມີລູກອີກ.
ທຳມະດາຂອງແມ່ຍິງຫຼັງເກີດລູກເກືອບວ່າສ່ວນໃຫຍ່ຈະຊຸດໂຊມລົງ ເພາະຮ່າງກາຍທີ່ປ່ຽນແປງໄປ ບວກກັບການຕ້ອງແບ່ງເວລາມາເບິ່ງແຍງດູແລລູກນ້ອຍອີກ ແຕ່ກັບສາວ ສີຣີຕ້າແລ້ວຍິ່ງຫຼັງເກີດລູກ ມີລູກເປັນກຳລັງຄືຈັ່ງວ່າທຸກຢ່າງເພີເຟັກໄປໝົດ ເຫັນແບບນີ້ແລ້ວການແຕ່ງງານມີລູກບໍ່ແມ່ນເລື່ອງທີ່ໜ້າກັງວົນຂອງສາວອີກຕໍ່ໄປ.
ເຊິ່ງດາລາສາວ ສີຣິຕ້າໄດ້ໃຫ້ກຳເນີດລູກຊາຍຄົນທຳອິດ ເມື່ອວັນທີ 21 ມີນາ 2021 ຜ່ານມານີ້ເອງ ຕັ້ງຊື່ວ່າ ນ້ອງອັດສະວິນ ເຈນເຊັ່ນ
ລູກຊາຍກໍ່ໜ້າຮັກໜ້າຊັງເຫຼືອເກີນ ສົມເປັນແກ້ວຕາດວງໃຈຂອງຊຸບເປີສະຕາອີຫຼີ
ຍິ່ງລູກໃຫຍ່ຂຶ້ນແມ່ຍິ່ງສົດໃສ ຖ້າລູກສອງຄວາມງາມຈະຂະໜາດໃດ ຄູ່ສ້າງຄູ່ສົມໃຫ້ກຳລັງໃຈກັນດີ ໜ້າຕາເມຍກໍ່ສົດໃສໄປຕາມ