ນັບວ່າເປັນເຂດເສດຖະກິດພິເສດທີ່ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ທັງໃນດ້ານການລົງທຶນເຮັດທຸລະກິດ ແລະການກໍ່ສ້າງພື້ນຖານໂຄງລ່າງ ສຳລັບເຂດເສດຖະກິດສາມຫຼ່ຽມຄຳແຂວງບໍ່ແກ້ວ.
ເຫັນໄດ້ວ່າສະໜາມສາກົນຂອງແຂວງກໍ່ໃກ້ສຳເລັດໄດ້ມີການບິນທົດລອງເອົາເລິກເອົາໄຊເປັນທີ່ຮຽບຮ້ອຍ ແລະຫຼ້າສຸດນີ້ວັນທີ 17 ກຸມພາ 2022 ຜ່ານມານີ້ ໄດ້ມີການປູຢາງໝາກຕອຍເສັ້ນທາງສ້າງໃຫມ່ (ຖະໜົນທຽນຫຼົງ) ຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.
ຖະໜົນທຽນຫຼົງແມ່ນເສັ້ນທາງສາຍຫຼັກເຊື່ອມຕໍ່ເຂດໃຈກາງເມືອງ ແລະ ເສັ້ນທາງຫຼັກໄປສະໜາມບິນ, ເສັ້ນທາງທັງສອງຟາກມີຟາກລະສີ່ເລນ ເສັ້ນທາງດັ່ງກ່າວມີຄວາມກວ້າງ 18 ແມັດ, ເກາະກາງ(ຂັ້ນຄູຂັ້ນກາງ)ກວ້າງ 2 ແມັດ, ເສັ້ນທາງທັງສອງເລນກ້ວາງ 7,6 ແມັດ ລວມທັງທາງຄົນຍ່າງ.
ຫຼັງຈາກສ້າງສຳເລັດແລ້ວຜູ້ຢູ່ອາໄສທຸກຄົນສາມາດເດີນທາງໄປສະໜາມບິນສາກົນບໍ່ແກ້ວໄດ້ຢ່າງສະດວກສະບາຍຫລາຍຂຶ້ນ.