ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ມອບເງິນອັດສີດເຖິງ 400.000.000 ກີບໃຫ້ກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ສາມາດຜ່ານເຂົ້າຮອບເຖິງ 4 ທີມສຸດທ້າຍບານເຕະຊີອແຊັມອາຊຽນ ຢູ 23 ປະຈໍາປີ 2022 ທີ່ປະເທດກໍາປູເຈຍ ຕາມການລາຍງານຂອງ F.C.Champasak ໃນຕອນແລງວັນທີ 23 ກຸມພາ 2022.
ເຊິ່ງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23ປີ ໄດ້ຜ່ານເຂົ້າຮອບຮອງຊະນະເລີດ ດ້ວຍການເປັນທີ່ໜຶ່ງຂອງກຸ່ມບີ ຈາກການເອົາຊະນະທີມຊາດມາເລເຊຍ 2 ນັດຕິດ ດ້ວຍຜົນຄະແນນລວມສອງນັດ 4-1. ເຮັດໃຫ້ ສປປ ລາວ ຕ້ອງໄດ້ມາພົບກັບທີມຊາດໄທ ໃນຮອບຮອງຊະນະເລີດ ໃນວັນວັນພະຫັດ ທີ 24 ກຸມພາ 2022 ເວລາ 16:00 ໂມງ ສະຫນາມ : ມໍລະດົກ ເຕໂຊ ປະເທດກຳປູເຈຍ.