ວັນຈັນ:ການງານ ວຽກງານຫລາຍໃນຊ່ວງນີ້ ໃຊ້ຄວາມຂະຫຍັນແລະຄວາມອົດທົນເພື່ອເຮັດໃຫ້ເກີດຄວາມສຳເລັດທີ່ດີຂຶ້ນໃຫ້ໄດ້ນັ້ນເອງ ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ໃນຊ່ວງນີ້ບໍ່ສາມາດຄວບຄຸມລາຍຈ່າຍໄດ້ ແຕ່ກໍຈະຫາເຂົ້າມາໄດ້ຢ່າງວ່ອງໄວດ້ວຍເຊັ່ນກັນ ຄວາມຮັກ ໃນຊ່ວງນີ້ຈະໄດ້ພົບຄົົນທີ່ມີສະເນ່ຫລາຍໆ ຢູ່ໃນເກນຜິວຂາວ ໄດ້ພົບກັນເນື່ອງຈາກໝູ່ເພື່ອນແນະນຳໃຫ້ຮູ້ຈັກກັນ
ວັນຄານ:ການງານ ດ້ວຍຄວາມສະຫລຽວສະຫລາດ ຈະສາມາດສ້າງໂອກາດໃນການເຮັດວຽກງານທີ່ຈະກໍ່ໃຫ້ເກີດຄວາມສຳເລັດໄດ້ຈາກຄວາມສາມາດຂອງຕົນເອງ ການເງິນ ເມື່ອມີຄວາມກັງວົນໃຈ ຈະສາມາດຫາເຂົ້າມາໄດ້ເພີ່ມເຕີມເພີ່ມຂຶ້ນທຸກເທື່ອ ຊ່ວງນີ້ທາງດ້ານການເງິນຖືວ່າຍັງມີໂຊກດີຢູ່ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມຮັກໃນຊ່ວງນີ້ ເພາະໄລຍະທາງທີ່ຍັງຫ່າງໄກກັນ ເຮັດໃຫ້ບໍ່ມີເວລາໃຫ້ກັນຫລາຍພໍທີ່ຈະພັດທະນາຄວາມສຳພັນຕໍ່ໄປໄດ້
ວັນພຸດ:ການງານ ການຕິດຕໍ່ເຈລະຈາທາງດ້ານການງານມີຄວາມສະຫລຽວສະຫລາດໃນເລື່ອງການສະແດງຄວາມຄິດເຫັນ ຫລືການວາງແຜນການງານທີ່ຈະກໍ່ໃຫ້ເກີດຄວາມສຳເລັດ ການເງິນ ມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີມເພີ່ມຂຶ້ນ ຫລືເມື່ອມີເລື່ອງກັງວົນໃຈເມື່ອໄຫຣ່ ຫຼັງຈາກນັ້ນກໍຈະໄດ້ເງິນເຂົ້າມາ ຄວາມຮັກ ລະວັງໃນເລື່ອງຂອງອາລົມ ຫລືຄວາມໃຈຮ້ອນທີ່ຈະເຮັດໃຫ້ເກີດຄວາມຂັດແຍ້ງ ຜິດໃຈກັນໃນໄລຍະນີ້
ວັນພະຫັດ:ການງານ ຈະເຮັດວຽກສິ່ງໃດກໍຈະປະສົບຄວາມສຳເລັດ ມີຄວາມກ້າວຫນ້າທີ່ດີທາງດ້ານການງານຈະຄ່ອຍໆ ດີຂຶ້ນ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ແລະ ເມື່ອຈ່າຍອອກໄປກໍຈະມີເລື່ອງທີ່ເຮັດໃຫ້ໄດ້ເຂົ້າມາດແທນຕະຫລອດ ຄວາມຮັກ ໃຫ້ເລືອກຄົົນທີ່ທ່ານມັກຫລາຍທີ່ສຸດ ແຕ່ກໍຕ້ອງໃຊ້ໄລຍະເວລາເພື່ອເບິ່ງໃຈກັນຕໍ່ໄປກ່ອນ ເພື່ອປັບໂຕເຂົ້າຫາກັນ ແລະ ເບິ່ງຄວາມຊັດເຈນຂອງອີກຝ່າຍ
ວັນສຸກ:ການງານ ຊ່ວງນີ້ທຸ້ມເທຫລາຍເກີນໄປກໍຈະສົ່ງຜົນຕໍ່ສຸຂະພາບໂດຍກົງ ຄວນແບ່ງເວລາໃຫ້ເປັນ ເພື່ອໃຫ້ໄດ້ພັກຜ່ອນຢ່າງເຕັມທີ່ ການເງິນ ມີເລື່ອງທີ່ຕ້ອງໃຊ້ຈ່າຍອອກໄປສະເໝີ ໃນຊ່ວງນີ້ມີພາລະການໃຊ້ຈ່າຍຄ່ອນຂ້າງຫລາຍ ແຕ່ກໍຈະຫາເຂົ້າມາໄດ້ຫລາຍດ້ວຍເຊັ່ນກັນ ຄວາມຮັກ ຍັເບິ່ງໆ ຢູ່ຫລາຍກວ່າ ແລະ ຍັງບໍ່ໄດ້ຕັດສິນໃຈເລື່ອງຄວາມຮັກ ລໍຖ້າເບິ່ງຄວາມຊັດເຈນ ເບິ່ງຂໍ້ມູນຂ່າວສານໃຫ້ຫລາຍກວ່ານີ້ກ່ອນ
ວັນເສົາ:ການງານ ຈະເຮັດທຸລະກິດສິ່ງໃດຕ້ອງຄິດໄລ່ເບິ່ງໃຫ້ດີວ່າຈະຄຸ້ມຄ່າກັບການລົງທຶນຫລືບໍ່ ຫລືຈະເຖິງຈຸດຄຸ້ມທຶນແລະເລີ່ມໄດ້ກຳໄລປານໃດ ຕ້ອງວາງແຜນໃຫ້ດີ ການເງິນ ມີຄວາມກັງວົນໃຈທີໄລກໍຈະສາມາດຫາເຂົ້າມາໄດ້ຢ່າງເປັນໂຊກທຸກເທື່ອ ໃນຊ່ວງນີ້ດວງດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ມີໂອກາດພົບຮັກ ພົບຄູ່ ພົບຄົົນທີ່ຖືກໃຈ ທ່ານມີຄວາມພຽບພ້ອມ ເກັ່ງ ມີຄວາມສາມາດແລະມີສະເນ່ ດ້ວຍບຸນເກົ່ານຳພາມາໃຫ້ໄດ້ພົບກັນ
ວັນອາທິດ:ການງານ ເມື່ອຍກ່ຽວກັບເລື່ອງການງານເປັນຢ່າງຫລາຍ ຊ່ວງນີ້ຕ້ອງພຶ່ງພາຕົນເອງໃຫ້ໄດ້ຫລາຍທີ່ສຸດຈຶ່ງຈະດີ ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງເລື້ອຍໆ ໃນຊ່ວງນີ້ ແຕ່ກໍຄວນໃຊ້ຄວາມປະຢັດຈຶ່ງຈະດີກັບສະຖານນະການປະຈຸບັນ ຄວາມຮັກ ລະວັງຄວາມໃຈຮ້ອນຈະກະທົບຄວາມສຳພັນລະຫວ່າງກັນ ຫລືຊ່ວງນີ້ບໍ່ມີເວລາໃຫ້ກັບເລື່ອງຄວາມຮັກເລີຍ ເພາະມີວຽກງານຫລືພາລະກິດຕ່າງ ໆ ຄ່ອນຂ້າງຫຼາຍ