ດີໃຈທີ່ສຸດ ທີມຊາດລາວ U23 ເຮັດໄດ້ແລ້ວ ເອົາຊະນະ ທີມຊາດ ມາເລເຊຍທັງ 2 ນັດ ຜ່ານເຂົ້າຮອບຮອງຊະນະເລີດເປັນປະຫວັດສາດ !!!
ປະຫວັດສາດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ທີມຊາດມາເລເຊຍ ຮຸ່ນອາຍຸບໍ່ເກີນ 23 ປີ 2-0, ລວມຜົນ 2 ນັດ ທີມຊາດລາວ ຊະນະ ມາເລເຊຍ 4-1 ຜ່ານເຂົ້າສູ່ຮອບຮອງຊະນະເລີດ
ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປິ ປະຈຳປີ 2022 ກຸ່ມ ບີ ນັດທີ 2 ວັນທີ 21/02/2022 Morodok Techo National Stadium, ປະເທດກຳປູເຈຍ
ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູຈາກ ຟຣີຄິກສຸດງາມ ບຸນພະຈັນ ບຸນກອງ ນາທີ 43 ແລະ ສຸກສາຄອນ ບົວໄພວັນ ນາທີ 86, ລວມຜົນ 2 ນັດ
ທີມຊາດລາວ ຊະນະ ທີມຊາດມາເລເຊຍ 4-1 , ຈາກ ໄຊຊະນະ 2 ນັດດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ສົ່ງຜົນໃຫ້ ທີມຊາດລາວ ຜ່ານເຂົ້າຮອບຮອບຊະນະເລີດ ລໍຖ້າພົບກັບ ທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ ກຸ່ມ ເອ ຫລື ກຸ່ມ ຊີ , ໂດຍຮອບຮອງຊະນະເລີດ ຈະມີຂຶ້ນໃນວັນທີ 24/02/2022 ເວລາ 16:00 Morodok Techo National Stadium, ປະເທດກຳປູເຈຍ.
ດີໃຈທີ່ສຸດ ທີມຊາດລາວ U23 ເຮັດໄດ້ແລ້ວ ເອົາຊະນະ ທີມຊາດ ມາເລເຊຍທັງ 2 ນັດ ຜ່ານເຂົ້າຮອບຮອງຊະນະເລີດເປັນປະຫວັດສາດ