ວັນຈັນ:ການງານ ກ້າໄດ້ກ້າເສຍໃນການຕັດສິນໃຈໃນຊ່ວງນີ້ ການເຮັດວຽກງານອາດຈະເມື່ອຍແຕ່ກໍຄຸ້ມຄ່າກັບຄວາມພະຍາຍາມ ຈະເກີດຄວາມສຳເລັດທີ່ດີ ການເງິິນ ຫາເງິນໄດ້ຢ່າງຕໍ່ເນື່ອງມີທັກສະຄວາມສາມາດຈຶ່ງໃຫ້ຜົນງານອອກມາດີແລະເຮັດໃຫ້ທ່ານມີຊ່ອງທາງຫາເງິນເພີ່ມ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນໃນຊ່ວງນີ້ ເພາະໂຊກດ້ານຄວາມຮັກຍັງບໍ່ໂດດເດັ່ນ ຄົນມີຄູ່ ຕ່າງຝ່າຍຕ່າງໃຈຮ້ອນອາດມີປາກສຽງ ຄວນລະວັງຄໍາເວົ້າທີ່ເຮັດໃຫ້ອີກຝ່າຍຮູ້ສຶກບໍ່ດີ
ວັນອັງຄານ:ການງານ ເມື່ອຍແຕ່ກໍຍັງສູ້ບໍ່ຖອຍໃນການທຸ້ມເທດ້ານການງານ ຈຶ່ງເກີດຄວາມສຳເລັດທີ່ໜ້າພໍໃຈຫລາຍໆ ການເງິນ ຖ້າຢາກມີຊັບສິນເພີ່ມຂຶ້ນ ຕ້ອງລົງທຶນທາງດ້ານການຊື້ສິ່ງຂອງມີຄ່າມາເກັບໄວ້ເພື່ອເປັນກໍາໄລພາຍໃນອານາຄົດ ຄວາມຮັກ ພົບຮັກກັບຄົົນທີ່ມີລັກສະນະຜິວຂາວ ແຕ່ຍັງມີທ່າທີບໍ່ຄ່ອຍຊັດເຈນກັບທ້ານປານໃດຕ້ອງເບິ່ງໆ ກັນໄປກ່ອນຈຶ່ງຈະດີ ຄົນມີຄູ່ ຢູ່ໃນເກນທີ່ດີ ອາດຈະມີເວລາໃຫ້ກັນບໍ່ຫຼາຍຄືແຕ່ກ່ອນກໍຍັງຮັກກັນຕະຫຼອດ
ວັນພຸດ:ການງານ ການເຮັດວຽກງານທີ່ສະຫລາດ ເປັນມືອາຊີບ ຈຶ່ງປະສົບຄວາມສຳເລັດທາງດ້ານການງານດີຂຶ້ນ ຈະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ໃຫຍ່ ການເງິນ ຍິນດີທີ່ຈະຈ່າຍເງິນເພື່ອຊື້ຂອງທີ່ຖືກໃຈເຂົ້າມາເພີ່ມຂຶ້ນ ເຊັ່ນ ເສື້ອຜ້າໃໝ່ໆ ເຄື່ອງປະດັບໃໝ່ໆ ຄວາມຮັກ ວຽກງານຫລາຍເລີຍບໍ່ມີເວລາທີ່ຈະທຸ້ມເທດ້ານຄວາມຮັກ ຄວນໃຫ້ເວລາກັບຄົນຮັກຫລາຍຂຶ້ນ ຄົນມີຄູ່ ມີຄົນທີ່ສາມເຂົ້າມາເຮັດໃຫ້ທ່ານສອງຄົນລະແວງກັນເອງ ທາງທີ່ດີທ່ານທັງສອງຄວນຟັງເຫດຜົນຂອງກັນດີກວ່າ
ວັນພະຫັດ:ການງານ ຊ່ວງນີ້ຈະເຮັດຫຍັງກໍຕ້ອງເຮັດຄົນດຽວ ຈຶ່ງຈະເກີດໂຊກດີ ເກີດຄວາມສຳເລັດ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງແລະເປັນໂຊກດີ ມີການຝາກເງິນເຂົ້າບັນຊີທະນາຄານຫລາຍຂຶ້ນ ຄວາມຮັກ ການພັດທະນາຄວາມສຳພັນກັບຄົນຮັກຢູ່ໃນເກນທີ່ດີຂຶ້ນ ມີຄວາມສຸກຫລາຍຂຶ້ນໃນຊ່ວງນີ້ ຄົນມີຄູ່ ທ່ານເປັນຄົນຂີ້ລະແວງຄົນຮັກ ເພາະທ່ານສອງຄົນບໍ່ຄ່ອຍມີເວລາໃຫ້ກັນເລື່ອງຫືງຫວງຈຶ່ງເປັນບັນຫາຫຼັກ
ວັນສຸກ:ການງານ ວຽກງານຫລາຍແຕ່ຈະຄຸ້ມຄ່າທີ່ໄດ້ທຸ້ມເທລົງໄປ ເພາະຈະໄດ້ຜົນກຳໄລຫລືຄ່າຕອບແທນດີຫລາຍໆ ການເງິນ ຈະພົບໂຊກດີ ມີໂຊກໃຫຍ່ ໃຫ້ເລັ່ງເຮັດບຸນເສີມດວງຈະເຮັດໃຫ້ໄດ້ໂຊກທີ່ຫລາຍຂຶ້ນໄປອີກ ຄວາມຮັກ ຢູ່ໃນຊ່ວງພິຈາລະນາວ່າຄົົນທີ່ຕັດສິນໃຈເລືອກເຂົ້າມາ ຈະເຮັດໃຫ້ມີຄວາມສຸກຫລືຈະສ້າງຄວາມທຸກໃຫ້ ຄົນມີຄູ່ ຫວານໄດ້ທຸກເວລາ ທຸກມື້ເປັນມື້ທີ່ດີທີ່ສຸດ ເພາະທ່ານທັງສອງຂ່ອນຂ້າງເຫັນໜ້າກັນທຸກມື້
ວັນເສົາ:ການງານ ເກີດຊື່ສຽງທີ່ດີ ໄດ້ຮັບການຊື່ນຊົມ ເກີດຄວາມສຳເລັດ ຄວາມກ້າວໜ້າ ຈະເລີນຮຸ່ງເຮືອງດີຂຶ້ນຫລາຍໆ ການເງິນ ຄິດຫາເງິນກໍຈະໄດ້ເງິນ ຄິດຄໍາກໍຈະໄດ້ຄໍາເຂົ້າມາເພີ່ມເຕີມ ໃນຊ່ວງນີ້ດວງດີຫລາຍໆ ຄວາມຮັກ ຄົນຜິວຂາວມີສ່ວນໃນການຊ່ວຍເຫລືອດ້ານຕ່າງໆ ຈະສົມຫວັງດ້ານຄວາມຮັກ ແລະ ມີຄວາມສຸກຫລາຍໆ
ວັນອາທິດ:ການງານ ຈະເຮັດຫຍັງກໍດີໄປຫມົດທຸກຢ່າງ ປະສົບຄວາມກ້າວໜ້າ ຈະເລີນຮຸ່ງເຮືອງດີຂຶ້ນເປັນຢ່າງຫລາຍ ການເງິນ ມີການວາງແຜນການໃຊ້ເງິນໃນຊ່ວງນີ້ ມີບາງເລື່ອງທີ່ບໍ່ແນ່ໃຈກໍໃຫ້ປຶກສາຜູ້ໃຫຍ່ ຫລືຜູ້ທີ່ມີຄວາມຮູ້ເລື່ອງງົບປະມານ ການເບີກຈ່າຍຕ່າງໆ ຄວາມຮັກ ມີໂຊກໃນເລື່ອງຂອງຄວາມຮັກ ໃນຊ່ວງນີ້ມີໂອກາດສົມຫວັງ ແລະລົງຕົວທາງດ້ານຄວາມຮັກໄດ້ດີຂຶ້ນ ຄົນມີຄູ່ ຄົນຮັກເອົາແຕ່ໃຈ ໃຈນ້ອຍທຸກເວລາ ທ່ານຕ້ອງເປັນຝ່າຍງໍ້ທຸກຄັ້ງ