[wpcc-iframe loading=”lazy” style=”border: none; overflow: hidden;” src=”https://www.facebook.com/plugins/video.php?height=308&href=https%3A%2F%2Fweb.facebook.com%2FLaoFF%2Fvideos%2F670878744054007%2F&show_text=false&width=560&t=0″ width=”560″ height=”308″ frameborder scrolling=”no” allowfullscreen=”allowfullscreen”]
ຄຳເວົ້າປຸກໃຈຂອງທີມງານຄູຝຶກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ກ່ອນລົງແຂ່ງຂັນກັບ ທີມຊາດມາເລເຊຍ ໃນລາຍການແຂ່ງຂັນ ບານເຕະຊິງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ.
ໂດຍທີມຊາດລາວ ລົງສະໜາມວັດຄົມກັບທີມຊາດມາເລເຊຍ ໃນເວລາ 16:00 ຂອງມື້ນີ້ (18 ກຸມພາ 2022) ທີ່ປະເທດສະໜາມກິລາ Prince Stadium ປະເທດກຳປູເຈຍ ແລະ ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍໄປ 2-1
ທີມຊາດລາວ ໄດ້ປະຕູຈາກ: ບຸນພະຈັນ ບຸນກອງ ນາທີ 56, ເພັດດາວັນ ສົມສະນິດ ນາທີ 79 ທີມຊາດມາເລເຊຍ ໄດ້ປະຕູຈາກ: SELVAN ANBUALAGAN 45+1
ສຳລັບການແຂ່ງຂັນນັດທີ 2 ຈະມີຂຶ້ນ ວັນທີ 21/02/2022 ເວລາ 19:00 ທີມຊາດມາເລເຊຍ ພົບ ທີມຊາດລາວ ແຂ່ງຂັນຢູ່ທີ່ສະຫນາມ Morodok Techo National Stadium, ປະເທດກຳປູເຈຍ.
ໂດຍທີມງານຄູຝຶກລາວໄດ້ເວົ້າປຸກໃຈກັບນັກເຕະໃນທີມວ່າ: “ເຮົາຊ້ອມນຳກັນມາ 4 ອາທິດ ຫຼື ວ່າ 1 ເດືອນເຕັມໆແລ້ວ, ມືນີ້ເຮັດໃຫ້ມັນໄດ້ ຊາວລາວເຮົາຖ້າຟັງຂ່າວດີຢູ່ ເພື່ອເປັນກຽດ ແລະ ສັກສີຂອງຊາດ”.