ວັນທີ 18 ກຸມພາ 2022 ສໍານັກຂ່າວ Vietnamnews ໄດ້ລາຍງານວ່າ: ຕອນບ່າຍວັນທີ 17 ກຸມພາ 2022 ຜ່ານມາ, ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກ ກໍາປູເຈຍ ໄດ້ປະກາດວ່າ: ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ບູຍແທ່ງເຊີນ (Bùi Thanh Sơn) ໄດ້ກວດພົບເຊື້ອໂຄວິດ-19 ຂະນະທີ່ກໍາລັງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ (AMMR) ຢູ່ທີ່ປະເທດກຳປູເຈຍ.
ຜູ້ໃຫ້ຂ່າວ ເລຖິທູຫັງ (Lê Thị Thu Hằng) ໃຫ້ຮູ້ວ່າ: “ສຸຂະພາບຂອງທ່ານລັດຖະມົນຕີ ບູຍແທງເຊີນ ໃນປັດຈຸບັນຍັງປົກກະຕິດີ. ຫຼັງຈາກກອງປະຊຸມສິ້ນສຸດລົງ, ທ່ານລັດຖະມົນຕີຈະກັບຄືນສູ່ປະເທດຫວຽດນາມ ແລະ ຈະເຂົ້າຮັບການກັກໂຕຕາມມາດຕະການທີ່ກໍານົດໄວ້”.
ເລຖິທູຫັງ ໄດ້ຢືນຢັນຕື່ມວ່າ: “ໃນຊ່ວງເວລາເຂົ້າຮ່ວມກອງປະຊຸມ, ທ່ານລັດຖະມົນຕີ ບູຍແທງເຊີນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ປະຕິບັດຕາມກົດລະບຽບການ ດ້ານສາທາລະນະສຸກກ່ຽວກັບການປ້ອງກັນພະຍາດຂອງ ກຳປູເຈຍ ຢ່າງເຂັ້ມງວດ”.