ເກີດເຫດຜົວເຮັດປື ນແ ກັ ບລັ່ນໃສ່ເມຍໄດ້ຮັບບາດເຈັບ ແລະ ຫຼານຊາຍອາຍຸ 7 ເດືອນເສຍຊີວິດ ເມື່ອມໍ່ໆມານີ້ ຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ເມືອງສິງ ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງສິງ ແຂວງຫຼວງນໍ້າທາແຈ້ງໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນກ່ຽວກັບເຫດການດັ່ງກ່າວພົບວ່າ ຜູ້ເຮັດປື ນແ ກັ ບລັ່ນໃສ່ເມຍ ແລະ ຫຼານນັ້ນຊື່ທ້າວ ຊຽງສົມຈັນ ອາຍຸ 51 ປີ ອາຊີບ ຊາວສວນ ເປັນຊົນເຜົ່າ ຜູ່ນ້ອຍ ຢູ່ບ້ານ ຫົວຂົວ ເມືອງສິງ ແຂວງ ຫຼວງນ້ຳທາ, ສ່ວນເມຍທີ່ໄດ້ຮັບບາດເຈັບນັ້ນຊື່ ນາງ ເປົາ ອາຍຸ 47 ປີ ແລະ ຫຼານຊາຍທີ່ເສຍຊີວິດ ຊື່ທ້າວ ແປງ ອາຍຸ 7 ເດືອນ.
ທ້າວ ຊຽງສົມຈັນ ຫຼື ຜູ້ເຮັດປືນລັ່ນດັ່ງກ່າວສາລະພາບວ່າ: ເວລາປະມານ 15 ໂມງຂອງມື້ເກີດເຫດ ຜູ້ກ່ຽວໄດ້ກິນເຂົ້າຢູ່ເຮືອນ ແລະ ເມຍຂອງຕົນເອງໄດ້ໄປຮັບເອົາຫຼານຢູ່ຕະຫຼາດຊຶ່ງເປັນລູກຂອງ ນາງ ພອນສຸກ (ເປັນລູກສາວຂອງຜູ້ກ່ຽວ), ພາຍຫຼັງແຕ່ງກິນສຸກແລ້ວ ເມຍໄດ້ເອີ້ນ ຜູ້ກ່ຽວ ມາກິນເຂົ້າແຕ່ຜູ້ກ່ຽວ ກິນແລ້ວ ເວລານັ້ນແມ່ນຜູ້ກ່ຽວກຳລັງແປງປືນແກັບຢູ່ໃນຫ້ອງນອນ ຈາກນັ້ນເມຍ ແລະ ລູກກິນເຂົ້າແລ້ວເມຍກຳລັງມ້ຽນພາເຂົ້າຢູ່ໃນເຮືອນຄົວ ຜູ້ກ່ຽວແມ່ນໄດ້ ເອົາປາຍປືນປິ່ນໄປທາງເຮືອນຄົວ ແລ້ວແປງບ່ອນຮອງອັດລູກໝາກແກັບ ແລະ ເອົາເຫຼັກຕາ ປູຕອກໃສ່ແຕ່ຜູ້ກ່ຽວລືມເອົາໝາກແກັບອອກຈາກປືນຈຶ່ງເຮັດໃຫ້ແກັບດັ່ງກ່າວແຕກເຮັດໃຫ້ປືນລັ່ນອອກໂດຍມີລູກຫວ່ານ (ລູກປືນທີ່ເຮັດດ້ວຍກົ່ວ) ຊອດຝາໄມ້ແປ້ນລະຫວ່າງຫ້ອງນອນ ຫາເຮືອນຄົວແລ້ວຖືກໃສ່ເມຍ ແລະ ຫຼານທີ່ເຈ່ຍໄວ້ຢູ່ທາງຫຼັງຢູ່ເຮືອນຄົວໄດ້ຮັບບາດເຈັບ ແລະ ໄດ້ນໍາຕົວທັງສອງຄົນໄປໂຮງໝໍ ແຕ່ຮອດເວລາປະມານ 3 ໂມງເຊົ້າຂອງມື້ຕໍ່ມາໄດ້ເຮັດໃຫ້ ທ້າວ ແປງ ຫຼື ຫຼານຊາຍຜູ້ກ່ຽວເສຍຊີວິດ. ປັດຈຸບັນທາງເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງສິງ ໄດ້ສົ່ງຜູ້ກ່ຽວໃຫ້ທາງ ກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນ-ພາບ: ປກສ ເມືອງສິງ ຮ້ອຍໂທ ຈັນແສງ ຄຳວົງໄຊ