ມເຊີຍ ນ້ອງໆ 3 ຄົນ ທີ່ຄວ້າທຶນລັດຖະບານເກົາຫຼີໄຕ້ ກໍາລັງເດີນທາງໄປຮຽນຕໍ່ເເລ້ວ
ບັນຍາກາດແຫ່ງຄວາມປື້ມປິຕິ ແລະ ຄິດຮອດ ພ້ອມຫ່ວງໃຍຈາກຄອບຄົວ ແລະ ໝູ່ເພື່ອນ ການເດີນທາງໄປປະຕິບັດໜ້າທີ່ສໍາຄັນ ນັ້ນກໍຄືການຮຽນ ຂອງນ້ອງໆຄົນເກັ່ງທີ່ສາມາດ ຄວ້າທຶນລັດຖະບານເກົາຫຼີໃຕ້ຮຽນຕໍ່ລະດັບປະລິນຍາຕີ ເປັນທຶນເຕັມ 100% ຄືນ້ອງໆ 3 ຄົນ ຈາກໂຮງຮຽນ ປາດຖະໜາ ສົກຮຽນ 2020-2021
ແລະ ໃນຕອນເຊົ້າວັນທີ 12 ກຸມພາ 2022 ນ້ອງໆທັງ 3 ກໍຄື 1 ນາງປາວີນາ ສໍລະຈຳປາ ຫຼື ອິ່ມມີ້ ໄດ້ທຶນການສຶກສາຕໍ່ປະລິນຍາຕີທີ່ມະຫາວິທະຍາໄລ HanYang University.
2 ນາງ ສຸພາວະດີ ຄຳພັນທອງ – Kyung Hee University 3 ທ້າວ ອານຸລັກ ວັນນະສຸກ – KeimYang University ໄດ້ອອກເດີນທາງແລ້ວ
ສະແດງຄວາມຍິນດີນໍາ ຂໍໃຫ້ນ້ອງໆເດີນທາງປອດໄພ ແລະ ປະຕິບັດໜ້າທີ່ ຕັ້ງໃຈສຶກສາຮໍ່າຮຽນໃຫ້ສົມກັບສິ່ງທີ່ຫວັງ ແລະ ຕັ້ງໃຈ ສູ້ໆເດີ້ນ້ອງໆ!
ຈາກ: Pathana School.