ຄູ່ຮັກສຸດຫວານ ມາກປຣິນ ກັບສາວຄີມເບີຣີ ເຖິງແມ່ນຍັງບໍ່ທັນມີສັນຍານວ່າຈະມີຂ່າວດີເມື່ອໃດ ແຕ່ກໍ່ມີມຸມຫວານໆມາໂຊກັນຕະຫຼອດ
ແບບວ່າ ບໍ່ວ່າຈະເກີດຫຍັງຂຶ້ນຈະຢູ່ຂ້າງໆກັນບໍ່ຫ່າງໄປໃສ ຫຼ້າສຸດວັນວາເລນທາຍ ໜຸ່ມມາກ ປຣິນກໍ່ກຽມດອກໄມ້ຊໍ່ບັກໃຫຍ່ໄປໃຫ້ສາວຄີມເບີຣີ
ສຳລັບສີດອກໄມ້ແລ້ວ ຫຼານຄົນຕ່າງກໍ່ຕີຄວາມໝາຍໄປໃນຫຼາຍແງ່ ສີແດງຮັກສຸດຂົ້ວບໍ່ມີຈືດຈາງ, ສີຊົມພູຮັກທີ່ອ່ອນໂຍນຈະບໍໃຫ້ເສຍໃຈ, ສີເຫຼືອງຈະໃຫ້ຮຸ່ງໂຣດໄປໜ້າ ສາລະພັດຄວາມໝາຍ
ສະນັ້ນໜຸ່ມມາກປຣີນແມ່ນບໍ່ໃຫ້ວ່າຫຍັງຫຼາຍຈັດໝົດທຸກສີ ເອົາເປັນວ່າຮັກໃນແບບໜຸ່ມມາກ ຮັກທຸກອະລິຍະບົດ ເທົ່າທີ່ຄົນໆໜຶ່ງຈະໃຫ້ໄດ້ລະກັນ
ບໍ່ພຽງເທົ່ານັ້ນ ໜຸ່ມມາກຍັງຄວງແຟນສາວໄປດິນເນີ່ສຸດໂຣແມນຕິກໃນຮ້ານອາຫານ ຖືເປັນການປ່ຽນບັນຍາກາດໃນວັນສຳຄັນຂອງຄວາມຮັກ
ສຸກສັນວັນວາເລນທາຍເດີ້ທຸກຄົນ.