ຕາມຂ່າວ ຫວຽດນາມ (VOVWORLD), ໄຕມາດ ທຳອິດ ໃນປີນີ້, ນະຄອນ ດານັງ ຂອງຫວຽດນາມ ໄດ້ເລີ່ມລົງມື ກໍ່ສ້າງ ຫລາຍໂຄງການ ໂດຍບັນດາ ຫົວຫນ່ວຍ ທຸລະກິດ ໄດ້ປ່ອຍເງິນ ເກືອບ 680 ລ້ານໂດລາ ສະຫະລັດ ກວມເອົາ 13% ຂອງ ແຜນການ ທີ່ວາງອອກ ໃນປີນີ້. ການປ່ອຍ ເງິນລົງທຶນ ໃນໄຕມາດ ທຳອິດນີ້ ໄດ້ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ ໄລຍະດຽວກັນ ໃນປີກາຍ.
ສະພາບການ ເສດຖະກິດ ໄດ້ປະ ສົບກັບ ຄວາມຫຍຸ້ງຍາກ ຍ້ອນຜົນ ສະທ້ອນ ຈາກການ ແຜ່ລະບາດ ພະຍາດ ໂຄວິດ 19, ນະຄອນ ດານັງ ກຳນົດ ຈະຍູ້ແຮງ ຄວາມຄືບຫນ້າ ການລົງ ທຶນ ຂອງລັດ ເພື່ອສ້າງ ກຳລັງໜູນ ພັດທະນາ ແລະ ແກ້ໄຂ ວຽກເຮັດ ງານທຳ ໃຫ້ດີຂຶ້ນ.