ຕາມສຳນັກຂ່າວ ຣອຍເຕີ ລາຍງານ ເມື່ອບໍ່ດົນມານີ້ວ່າ: ບໍລິສັດ ນິດສັນ ຄ່າຍລົດໃຫຍ່ ສັນຊາດ ຍີ່ປຸ່ນ ວາງແຜນ ຢຸດການເຮັດຕະ ຫລາດ ໃນເອີຣົບ ແລະ ອາຊີ, ໂດຍເນັ້ນໃສ່ ຕະຫລາດ ສ.ອາເມລິກາ, ຈີນ ແລະ ຍີ່ປຸ່ນ ເພື່ອຄວບຄຸມ ຄ່າໃຊ້ຈ່າຍ ພ້ອມທັງ ກຽມປິດ 14 ໂຮງງານ ຢູ່ທົ່ວໂລກ, ຫລຸດກຳລັງ ການຜະລິດ ຢູ່ທົ່ວໂລກ ຈາກ 7 ລ້ານຄັນ ໃຫ້ເຫລືອ 5,5 ລ້ານຄັນ.
ພ້ອມທັງເນັ້ນ ໃຫ້ຍີ່ຫໍ້ ລົດອື່ນ ໃນພັນທະມິດ (Nissan-Renault – Mitsubishi) ເຮັດແທນ ເຊັ່ນ Renault ຈະເລັ່ງໃສ່ ຕະຫລາດ ເອີຣົບ ແລະ Mitsubishi ເຂົ້າຕະຫລາດ ອາຊີ ທີ່ນອກເໜືອ ຈາກຈີນ ແລະ ຍີ່ປຸ່ນ.
ເນື້ອໃນ: ຂປລ