ຕາມຂໍ້ມູນ ຈາກອົງການ ທ່ອງທ່ຽວໂລກ ເຊິ່ງເປັນ ໜ່ວຍງານ ຂອງ ອົງການ ສະຫະ ປະຊາຊາດ ລະບຸເມື່ອບໍ່ດົນມານີ້ ວ່າ: ຈຳນວນ ນັກທ່ອງທ່ຽວ ທົ່ວໂລກ ຫລຸດລົງ ລະຫວ່າງ 60-80% ໃນປີນີ້ ເນື່ອງຈາກ ການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ສົ່ງຜົນໃຫ້ມີ ຂໍ້ຈຳກັດ ໃນການ ເດີນທາງ ພາຍໃນ ປະເທດ ສ່ວນໃຫຍ່ ໃນໂລກ ປະກາດ ໃຊ້ການປິດ ສະໜາມບິນ ແລະ ຊາຍແດນ ຂອງ ແຕ່ລະ ປະເທດ ເພື່ອຄວບຄຸມ ການແຜ່ ລະບາດ ຂອງ ພະຍາດດັ່ງກ່າວ ເຮັດໃຫ້ ການທ່ອງທຽວ ສາກົນ ຜະເຊີນ ກັບ ວິກິດການ ຢ່າງຮຸນແຮງ ທີ່ສຸດ ນັບແຕ່ມີ ການບັນທຶກ ຕົວເລກ ຈຳນວນ ນັກທ່ອງທຽວ ທີ່ເດີນທາງຕາມ ສະຖານທີ່ຕ່າງໆ ຕັ້ງແຕ່ ປີ 1950.
ອົງການ ທ່ອງທຽວໂລກ ທີ່ມີ ສຳນັກງານ ຕັ້ງຢູ່ ແອັດສະປາຍ ກ່າວວ່າ: ຈຳນວນ ນັກທ່ອງທ່ຽວ ສາກົນ ຫລຸດລົງ 22% ໃນໄຕມາດທຳອິດ ຂອງ ປີນີ້ ໂດຍສະເພາະເດືອນມີນາ ຍອດນັກ ທ່ອງທ່ຽວ ຫລຸດລົງ 57% ເຊິ່ງເປັນ ປະເທດ ໃນທະວີບອາຊີ ແລະ ເອີຣົບ ໄດ້ຮັບ ຜົນກະທົບ ຫລາຍທີ່ສຸດ.
ເນື້ອໃນ: ຂປລ