ຂປລ. ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈຳແຂວງອັດຕະປື ສົມກັບເຈົ້າໜ້າທີ່ຈາລະຈອນແຂວງ ແລະ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາແຂວງອັດຕະປື, ໄດ້ສືບຕໍ່ເຄືອນໄຫວ ການຊຸກຍູ້ ເສຍຄ່າທໍານຽມ ທາງປະຈຳປີ 2019 ຢູ່ປ້ອມຕໍາຫລວດຫລັກ 7 ເມືອງສາມັກຄີໄຊ ແຂວງອັດຕະປື ເສັ້ນທາງ 1 ໄອ ເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍ ຄວາມສະດວກ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍ ທຸລະກິດ ແລະ ປະຊາຊົນບັນດາເຜົ່າ ໄດ້ມາເສຍຄ່າທໍານຽມ ທາງຜ່ານລະບົບທະນາຄານ ຢ່າງເປັນຂະບວນຟົດຟື້ນ, ອັນສໍາຄັນ ກໍ່ແມ່ນເປັນ ແບບຢ່າງນໍາໜ້າ ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈ ທີ່ປະກອບ ສ່ວນເຂົ້າ ໃນການສ້າງສາພັດທະນາປະເທດຊາດ.
ການເຄື່ອນໄຫວຄັ້ງນີ້ ແມ່ນເປັນຈຸດທີ 3 ຂອງແຜນການ ເຄື່ອນໄຫວ ໃນຂອບເຂດທົ່ວແຂວງ ແລະ ຍັງຈະສືບຕໍ່ເຄື່ອນໄຫວເພີ່ມຕື່ມອີກ 4 ຕົວເມືອງ ເຊິ່ງການເສຍຄ່າ ທຳນຽມທາງ ຜ່ານລະບົບ ທະນາຄານ ແມ່ນສາມາດຊຳລະໄດ້ 5 ຊ່ອງທາງ ຄື: ແອັບພຣີເຄເຊີນມືຖື, ຕູ້ເອທີເອັມ, ເຄົາເຕີທະນາຄານ, ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ແລະ ຕູ້ອັດຕະໂນມັດ.
ຜ່ານການເຄືອນໄຫວ ການຊຸກຍູ້ ຕົວຈິງ ເຫັນໄດ້ວ່າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນແຂວງອັດຕະປື ມີຄວາມຕື່ນຕົວໃນການແຈ້ງ ແລະ ຊຳລະຄ່າທຳນຽມທາງ ຫລາຍຂຶ້ນ.
ຂ່າວ: ວັດທະນາ ຫລວງອາໄພ