ກູ້ໄພມູນນິທິ1623ສາຂາເມືອງວັງວຽງ ໃຫ້ຮູ້ວ່າ:
ໃນວັນທີ 10/08/2019 ເວລາ 20:10 ໄດ້ມີເຫດກຸ່ມຄົນບໍ່ດີ ປະມານ 3-4 ຄົນ ມາດືກກ້ອນຫີນໃສ່ສູນກູ້ໄພມູນນິທິ1623 ສາຂາເມືອງວັງວຽງ ຈຳນວນ 2 ກ້ອນ (ຕາມຮູບ) ເກືອບຖືກອາສາເຮົາ ໃນຂະນະທີ່ກຳລັງນັ່ງປະຈຳການຢູ່.
ທີມງານໜ່ວຍກູ້ໄພ ໄດ້ນຳພາອ້າຍນ້ອງຂີ່ລົດໃຫຍ່ຈຳນວນ 2 ຄັນ ໄລ່ຈັບຈົນໄປຮອດ ບ້ານ ຫ້ວຍສະເຫງົ້າ, ກຸ່ມຄົນບໍ່ດີໄດ້ລົບໜີ ບຸກລຸກເຂົ້າເຮືອນປະຊາຊົນ, ທີມໜ່ວຍກູ້ໄພຈັບຄົນຮ້າຍໄດ້ 1 ຄົນ ແລະ ລົດຈັກ 1 ຄັນ.
ພາຍຫລັງຄົ້ນໂຕຄົນຮ້າຍ ໄດ້ພົບເຫັນອາວຸດປືນສັ້ນ 1 ກະບອກ ແລະງ້າວຍາວປະມານ 80 cm ຈຳນວນ 1 ອັນ.
ໜ່ວຍກູ້ໄພໄດ້ຈັບໂຕຄົນຮ້າຍສົ່ງໃຫ້ຕຳຫຼວດ ປກສ ເມືອງວັງວຽງ ແຂວງວຽງຈັນ ເພື່ອໄປດຳເນີນການສືບສວນສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງ.