ເພື່ອ ເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເຂົ້າໃນໂຮງຮຽນ, ໃນຂະແໜງການສຶກສາ ແລະ ກິລາ ແລະ ໃນແຂວງ ບໍ່ແກ້ວ, ເນື່ອງຈາກມີຂ່າວຄົນຈີນທີ່ຕິດເຊື້ອພະຍາດໂຄວິດ-19 ລັກລອບເຂົ້າແຂວງ,
ພະແນກສຶກສາທິການ ແລະ ກິລາ ແຂວງ ບໍ່ແກ້ວໄດ້ອອກແຈ້ງການຫວ່າງບໍ່ດົນມານີ້ ວ່າ: ເຫັນດີເປັນເອກະພາບ ເລື່ອນການເຂົ້າຮຽນຂອງຊັ້ນລ້ຽງເດັກ, ອະນຸບານ ແລະ ຊັ້ນປະຖົມສຶກສາທົ່ວແຂວງ ນັບທັງລັດ ແລະ ພາກເອກະຊົນ ໄປເຂົ້າຮຽນໃນວັນທີ 1 ກຸມພາ 2021 ພ້ອມກັນກັບຊັ້ນມັດທະຍົມສຶກສາ.
ພ້ອມດຽວກັນນັ້ນ ໃຫ້ຄູ-ອາຈານ ແນະນໍານັກຮຽນໃຫ້ຮັກສາມາດຕະການໃນການປ້ອງກັນພະຍາດດັ່ງກ່າວ ໃຫ້ເຂັ້ມງວດ ເປັນຕົ້ນແມ່ນຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ-ອັດດັງທຸກຄັ້ງກ່ອນອອກຈາກເຮືອນ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມື ເປັນປະຈໍາ ແລະ ອື່ນໆ ເພື່ອປ້ອງກັນເຊື້ອພະຍາດດັ່ງກ່າວ.