ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີວາງສີລາລືກໂຄງການກໍ່ສ້າງ ມະຫາວິທະຍາໄລວິທະຍາ ເຂດໜອງຜື ແຂວງສະຫວັນນະເຂດເມື່ອບໍ່ດົນມານີ້ ຊຶ່ງໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງຫຼາຍກວ່າ 6 ລ້ານໂດລາ, ໄດ້ຮັບການຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ ແລະ ຈະສຳເລັດໃນປີ 2022,ໂດຍການ
ເຂົ້າຮ່ວມຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນໄດ້ກ່າວເປີດພິທີດັ່ງກ່າວວ່າ: ການກໍ່ສ້າງ ມະຫາວິທະຍາໄລ ວິທະຍາ ເຂດໜອງຜື ແມ່ນແນໃສ່ ການຕອບສະໜອງນະໂຍບາຍ ຂອງພັກ-ລັດຖະບານກໍ່ຄືກະ ຊວງສຶກສາທິການ ແລະ ກິລາ ໂດຍສະເພາະແມ່ນການສ້າງ ບຸກຄະລາກອນ ເພື່ອຮັບຮອງ ວຽກຈຸດສຸມຂອງແຂວງ ເພື່ອ ພັດທະນາປະເທດຊາດເວົ້າ ລວມເວົ້າສະເພາະກໍ່ຄືແຂວງ ສະຫວັນນະເຂດໃຫ້ມີໃບໜ້າ ໃໝ່ໃນການສຶກສາ ທີ່ມີຄວາມ ພ້ອມທຸກດ້ານ ດັ່ງນັ້ນ, ນີ້ກໍ່ແມ່ນ ຈຸດເລີ່ມຕົ້ນທີ່ຈະເກີດດອກອອກຜົນໃນອະນາຄົດ.
ຂ່າວ-ພາບ: ໜສຂ