ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ໄດ້ລາຍງານໃນກອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ທີ່ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ວ່າ: ສສ ຫວຽດນາມ ເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 31 ໃນລະຫວ່າງ ວັນທີ 21 ພະຈິກ ຫາ 2 ທັນວາ 2021 ແມ່ນໄດ້ກໍານົດ 36 ປະເພດກີລາ ເຂົ້າໃນການແຂ່ງຂັນຄັ້ງນີ້.
ສະເພາະ ສປປ ລາວ ກຽມຝຶກຊ້ອມນັກກິລາ ແລະ ຈະສົ່ງພຽງແຕ່ 23 ປະເພດກິລາເທົ່ານັ້ນ ເຂົ້າຮ່ວມຊີເກມຄັ້ງທີ 31, ຊຶ່ງປະກອບມີ ເປຕັງ, ມວຍລາວ, ໂວວິມານ, ກິລາແລ່ນ-ລານ, ລອຍນໍ້າ, ຍິງທະນູ, ດອກປິກໄກ່, ບິນລຽດ-ສະນຸກເກີ, ມວຍສາກົນ, ລົດຖີບ, ເຕະບານ, ກັອບ, ຢູໂດ, ຄາຣາເຕໂດ, ປັນຈັກສີລັດ, ກະຕໍ້, ເທຄວັນໂດ, ເທັນນິດ, ຍົກນໍ້າໜັກ, ມວຍປໍ້າ, ວູຊູ, ຄິກບ໊ອກຊິງ ແລະ ອີ-ສະປອດ.
ສໍາລັບ ຊີເກມຄັ້ງທີ 30 ປີ 2019 ທີ່ ຟິລິບປິນ, ທັບນັກກິລາລາວ ໄດ້ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 28 ຫຼຽນທອງ ຢູ່ອັນດັບທີ 10 ຂອງຕາຕະລາງ. ສ່ວນ ອັນດັບທີ 1 ແມ່ນເຈົ້າພາບ ຟິລິບປິນ ໂດຍໄດ້ 149 ຫຼຽນຄໍາ, 117 ຫຼຽນເງິນ ແລະ 120 ຫຼຽນທອງ. ອັນດັບທີ 2 ສສ ຫວຽດນາມ ໂດຍໄດ້ 97ຫຼຽນຄໍາ, 85 ຫຼຽນເງິນ ແລະ 104 ຫຼຽນທອງ.
ຂ່າວ: ວຽງຈັນທາຍ