ງານວາງສະແດງຜະລິດຕະພັນລາວ 2020 (Made in Laos 2020 ) ເພື່ອກະຕຸ້ນເສດຖະກິດພາຍໃນ ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19, ກຽມຈັດຂຶ້ນລະຫວ່າງວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ແລະ ພາກສ່ວນທິ່ກ່ຽວຂ້ອງ.
ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວໃນງານຖະແຫຼງຂ່າວງານຜະລິດຕະພັນລາວ ໃນວັນທີ 10 ທັນວາ 2020 ນີ້ ວ່າ: ງານວາງສະແດງສິນຄ້າໃນຄັ້ງນີ້, ຈະໄດ້ຮວບຮວມເອົາຜະລິດຕະພັນຂອງຄົນລາວ ທີ່ເປັນເອກະລັກ ແລະ ຜະລິດຕະພັນໃໝ່ໆຫຼາຍປະເພດມາລວມໄວ້ໃນບ່ອນດຽວ, ຊຶ່ງຈະມີຫຼາຍກວ່າ 100 ບໍລິສັດໃນທົ່ວທຸກແຂວງ ແລະ ມີຫຼາຍກວ່າ 220 ຫ້ອງວາງສະແດງງານດັ່ງກ່າວ.
ພ້ອມກັນນັ້ນ ພາຍໃນງານ ຍັງຈະມີການສຳມະນາ ໃຫ້ຄວາມຮູ້ແກ່ຜູ້ປະກອບການທາງດ້ານການຄ້າ, ການເຂົ້າຫາແຫຼ່ງທຶນ, ທັງເປັນການສ້າງເວທີໂຄສະນາ ສົ່ງເສີມຜະລິດຕະພັນລາວ ເພື່ອສົ່ງເສີມສ້າງຈິດສຳນຶກ ໃຫ້ໃຫ້ຄົນລາວຫັນມາຊົມໃຊ້ຜະລິດ ຕະພັນລາວ ແລະ ອື່ນໆ.
ແຫຼ່ງຂ່າວ: Pathedlao
ຮູບ: ປະກອບ