ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງຍຸຕິ ທຳແຫ່ງ ສສ ຫວຽດນາມ
ຂປລ. ໃນວັນທີ 2 ກໍລະກົດ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນການເຂົ້າຢ້ຽມຂ່ຳນັບ ທ່ານ ເລ ແທັງ ລອງ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ...
ອາຊຽນ ຈະຫາລືຂໍ້ຕົກລົງທາງການຄ້າເສລີ
ຂປລ.ຕາມຂ່າວ ຕ່າງປະເທດ,ວັນທີ 1 ກໍລະກົດປີນີ້, ທ່ານ ຊິນໂຊ ອາເບະ, ນາຍົກ ລັດຖະມົນຕີ ຍີ່ປຸ່ນ ຮຽກຮ້ອງ ໃຫ້ປຶກສາຫາລື ຂໍ້ຕົກລົງ ລະດັບ ພາກພື້ນອາຊີ ໂດຍໄວ ເພື່ອຮັບປະກັນ ການຄ້າເສລີ ແລະ ເປັນໄປຕາມ ລະບຽບ ການຄ້າ ພາຍຫລັງ...
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ຮອງປະທານປະເທດ ສສ ຫວຽດນາມ
ວັນທີ 19 ມິຖຸນາ ທີ່ ສຳນັກງານນາຍົກລັດຖະມົນ ຕີ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນ ກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກຳມະການຄະນະບໍລິຫານ...
ປະທານປະ ເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ຮອງປະທານປະ ເທດ...
ໃນວັນທີ 19 ມິຖຸນາ 2018, ທີ່ທຳນຽບປະທານປະ ເທດ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາ ຊົນ ປະຕິວັດລາວ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ...
ສສຊ ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍ ທະນາຄານ ແຫ່ງ ສປປ ລາວ
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ມິຖຸນາ ນີ້ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳ ຄິດຄຳເຫັນຕໍ່ຮ່າງກົດໝາຍວ່າ ດ້ວຍທະນາຄານແຫ່ງ ສປປ ລາວ ສະບັບປັບປຸງ ເພື່ອເຮັດ...
ຈີນ ຫວັງອາເມລິກາ-ເກົາຫຼີເຫນືອ ຢຶດໜັ້ນຜົນການຫາລືທີ່ສິງກະໂປ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນປັກກິ່ງປະເທດຈີນເມື່ອວັນທີ່ 20 ມິຖຸນາວ່າ ສະຖານີໂທລະພາບກາງແຫ່ງປະເທດຈີນ (ຊີຊີທີວີ) ລາຍງານວ່າປະທານາທິບໍດີສີ ຈິ້ນຜິງ ໃຫ້ການຕ້ອນຮັບທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເຫນືອທີ່ມະຫາສາລາປະຊາຊົນໃນນະຄອນປັກກິ່ງເມື່ອວັນອັງຄານທີ່ຜ່ານມາ ໂດຍຜູ້ນຳຈີນກ່າວໃນຊ່ວງໜື່ງຂອງການພົບຫາລືກັບທ່ານຄິມ ຈອງ-ອຶນ ວ່າລັດຖະບານປັກກິ່ງມີຄວາມຍິນດີທີ່ “ຄວາມພະຍາຍາມຮ່ວມກັນຂອງທຸກປະເທດທີ່ກ່ຽວຂ້ອງ” ກັບສະຖານະການເທີງຄາບສະຫມຸດເກົາຫຼີກັບມາເປັນໄປດ້ວຍດີອີກຄັ້ງ ແລະສະຖານະການໂດຍລວມເວລານີ້ ຖືວ່າທຸກພາກສ່ວນກຳລັງເດີນໄປຖືກທາງສູ່ການມີສັນຕີພາບ ແລະສະຖຽນລະພາບ
ຂະນະດຽວກັນຈີນຫວັງເປັນຢ່າງຍິ່ງວ່າທັງອາເມລິກາ ແລະເກົາຫຼີເຫນືອຈະຢຶດໜັ້ນຕາມຜົນການຫາລືຈາກການປະຊຸມທີ່ສິງກະໂປເມື່ອວັນທີ່ 12 ມິຖຸນາທີ່ຜ່ານມາ ແລະລັດຖະບານປັກກິ່ງຈະຮ່ວມສະແດງບົດບາດຢ່າງສ້າງສັນຕໍ່ເລື່ອງນີ້ຢ່າງສະໜ່ຳສະເໜີ ດ້ານສຳນັກຂ່າວກາງເກົາຫຼີ (ເຄຊີເອັນເອ)...
ລາວ-ຫວຽດນາມ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານເລິກເຊິ່ງກວ່າເກົ່າ
ລາວ – ຫວຽດນາມ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໂດຍຕອບສະໜອງຕາມການ ເຊື້ອເຊີນສະຫາຍ ພັນຄຳ ວິພາ ວັນ, ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ໃນຕອນເຊົ້າຂອງວັນທີ...
ສະພາຮັບຮອງຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ.
ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີVIIIວັນທີ 14 ມິຖຸນາ 2018, ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ; ໃນກອງປະຊຸມບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ແລະ ເປັນເອກະພາບສູງພ້ອມກັນຮັບຮອງເອົາ.
ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍ...
ສະພາຮັບຮອງເອົາກົດໝາຍສະຫະພັນນັກຮົບເກົ່າ
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ມິຖຸນາ 2018 ໂດຍເປັນປະທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ມີທ່ານຮອງປະທານສະພາ ແລະ ບັນດາສະມາຊິກສະພາເຂດເລືອກຕັ້ງຕ່າງໆທົ່ວປະເທດເຂົ້າຮ່ວມ.
ທ່ານ ພົ.ວ ຄຳຜາງ ຜ່ອງຈັນແສງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າລາວ ເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂ...
ລາວ-ຈີນ ຫາລືປ້ອງກັນຄວາມສະຫງົບ ໃຫ້ບໍລິສັດຈີນ ທີ່ເຂົ້າມາລົງທຶນ
ກອງບັນຊາການ ປກສ ແຂວງຜົ້ງສາລີ ສປປ ລາວ ແລະ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍານະຄອນຫຼວງພະບາງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ກ່ຽວກັບກົນໄກປ້ອງກັນຄວາມປອດໄພ ຄັ້ງທີ II ໃຫ້ບໍລິສັດຈີນ ເຂົ້າມາລົງທຶນຢູ່ແຂວງຜົ້ງສາລີ ຂຶ້ນ; ຝ່າຍລາວນໍາໂດຍ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ...