ຕາມຂ່າວ ຕ່າງປະເທດ, ເມື່ອບໍ່ດົນມານີ້, ທ່ານ ໄຊເອັດ ຊາດິກ ອັບດຸນຣາແມນ ອາຍຸ 25 ປີ ໄດ້ຮັບການ ແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີ ວ່າການ ກະຊວງ ຊາວໜຸ່ມ ແລະ ກິລາຂອງມາເລເຊຍ, ເປັນຜູ້ໜຸ່ມນ້ອຍ ທ່ີສຸດ ໃນປະຫວັດສາດ ຂອງປະເທດນີ້.
ທ່ານ ໄຊເອັດ ກ່າວວ່າ: ນີ້ຖືເປັນກຽດອັນໃຫຍ່ຫລວງ ສຳລັບ ຊາວໜຸ່ມ ມາເລເຊຍ ແລະ ຈະຕັ້ງໜ້າ ປະຕິບັດ ໜ້າທ່ີ ໃຫ້ໄດ້ຮັບ ປະສິດທີຜົນ, ພ້ອມດ້ວຍ ການສະໜັບ ສະໜູນຈາກ ພາກສ່ວນຕ່າງໆ ເພື່ອໃຫ້ໄດ້ ຮັບໝາກຜົນ ຢ່າງຮອບດ້ານ.
ທີ່ມາ ສຳນັກຂ່າວສານປະເທດລາວ